ໃນວັນທີ 31/08/2020 ໜຸ່ມແມນ ມິ່ງເມືອງລາວ ເຈົ້າຂອງຜົນງານເພງ”ເຮັດໄດ້ໃຫ້ເປັນເຂີຍ”ຂໍສາວແຕ່ງງານ ເຊີ່ງ ແມນ ມິ່ງເມືອງລາວ ຊາຍໜຸ່ມທີ່ຫຼາກຫຼາຍຄວາມສາມາດ ເປັນທັງຜູ້ຈັດການຝ່າຍບໍລິຫານ ແລະ ບຸກຄະລາກອນ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈຳກັດ, ເຈົ້າຂອງຄ້າຍເພງ ຈຳປາ ສະຕູດິໂອ
ໜຸ່ມແມນ ມິ່ງເມືອງລາວ ເຈົ້າຂອງຜົນງານເພງດັງຫຼາຍເພງ ເຊັ່ນ: ເຮັດໄດ້ໃຫ້ເປັນເຂີຍ, ບໍ່ມັກແມ່ເຖົ້າ ຂໍດາວຄ່າດອງ ແລະ ອື່ນໆ, ໄດ້ພາເຖົ້າແກ່ ພໍ່ແມ່ ແຫ່ຂໍສາວ ລັດຕະນາ ບຸນມານະວົງ ທາຍາດ ບໍລິສັດ ປະທຸມມາ ຂາອອກ-ຂາເຂົ້າ ຈຳກັດ ມາເປັນພັນລະຍາແລ້ວ, ດ້ວຍເງິນຄ່າດອງສູງເຖິງ 99.999.900 ກີບ, ຄໍາອີກ 9 ບາດ, ແຕ່ງານນີ້ ບໍ່ມີດາວຄ່າດອງ, ໂດຍມີແຜນແຕ່ງງານໃນຕົ້ນປີ 2021 ນີ້