ພະຍານາກເຄີຍແປງກາຍເປັນຄົນ ມາລັກບວດເປັນພະສົງ

ພະຍານາກເຄີຍແປງກາຍເປັນຄົນ ມາລັກບວດເປັນພະສົງ

ເປັນສັດທີ່ໃຫ້ຄວາມໂຊກລາບເງິນທອງ ຖ້າໃຜບູຊາດ້ວຍໃຈຈຳນົງສັດທາ ກໍເກີດປາລະມີໄດ້ ບໍ່ຖືເປັນເລື້ອງງົມງວຍ ເພາະວ່າຄຳບູຊາພະຍານາກ ຂຶ້ນຕົ້ນ ນະໂມ 3 ຈົບກ່ອນ ຖືເປັນການສັນລະເສີນພະພຸດທະເຈົ້າກ່ອນ ຈຶ່ງກ່າວເຖິງ ພະຍານາກ. ນອນຫຼັບໃຫ້ໄດ້ເງິນໝື່ນ ນອນຕື່ນໃຫ້ໄດ້ເງິນແສນ ຂໍໃຫ້ລູກຫຼານພະຍານາກ ມີແຕ່ໂຊກລາບລໍ້າລວຍເດີ່ທຸກຄົນເດີ່ ສາທຸ,

ພະຍານາກແມ່ນສັດທີ່ເຫຼື່ອມໃສສັດທາພະພຸດທະເຈົ້າ ຈົນໄດ້ແປງກາຍເປັນຄົນມາລັກບວດເປັນສົງ ຈົນກວ່າ ອົງພຸດທະຕັດບໍ່ໃຫ້ບວດ ຍ້ອນເປັນສັດ,

ພະຍານາກ ຈຶ່ງຂໍອຸປະຖາກຮັກສາພະພຸດທະເຈົ້າ ຈະຂໍບົວລະບັດພຸດທະສາສະໜາ ປັດເປົ່າສິ່ງຊົ່ວຮ້າຍ ຈະເປັນຜູ້ຮັກສາແມ່ນໍ້າ ຜູ້ຄໍ້າແຜ່ນດິນ ຄຸ້ມຄອງ ວັດວາອາລາມທີ່ກ່ຽວຂ້ອງກັບ ພຸດທະ. ຮູບພາບຈາກວັດທົ່ງທາດ ບ້ານຫອມໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວັນທີ 16/10/2020

ຂ່າວທົ່ວໄປ