ສາວເລົ່າປະສົບການ ແຟນຫນຸ່ມໄປອອກກຳລັງກາຍຕອນ4ໂມງເຊົ້າ ສຸດທ້າຍໄປນອນກັບສາວອື່ນ

ສາວເລົ່າປະສົບການ ແຟນຫນຸ່ມໄປອອກກຳລັງກາຍຕອນ4ໂມງເຊົ້າ ສຸດທ້າຍໄປນອນກັບສາວອື່ນ

ຄົນທີ່ນອກໃຈຄູ່ຄອງຂອງຕົວເອງຢ່ອມມີຈຸດຈົບທີ່ບໍ່ງາມຢູ່ຫຼາຍຄັ້ງ ມັນຂຶ້ນຢູ່ກັບເວລາເທົ່ານັ້ນວ່າຈະຖືກຈັບໄດ້ຕອນໃດ ຫລາຍຄົນບໍ່ຢາກເຈີກັບເລື່ອງແບບນີ້ ແຕ່ເມື່ອກ້າວຂ້າມມາໄດ້ເຮົາຈະເລີ່ມຫົວໃຫ້ກັບມັນ ຄືກັບສາວທ່ານນີ້

ເມື່ອອາທິດທີ່ແລ້ວ ນັກຂ່າວສາຍກີລາອະເມຣິກັນຟຸດບອນຄົນສວຍຊື່ວ່າ ເຈນ ສະເລເຕີ ໄດ້ອອກມາເປີດເຜີຍເລື່ອງຮັກແຕກຫັກໃນອະດີດຂອງລາວກັບແຟນເກົ່າທີ່ຕ້ອງຈົບລົງເພາະ “ນາລິກາອອກກຳລັງກາຍ” ໄອເທັມຍອດຮິດຂອງຄົນຮັກສຸກຂະພາບທີ່ບໍ່ມີໃຜຄາດຄິດເລີຍວ່າ ມັນຈະສາມາດຈັບຜິດແຟນຫນຸ່ມຜູ້ນອກໃຈລາວໄດ້ຢ່າງບໍ່ຄາດຝັນ ເຈນເວົ້າວ່າລາວຊັອກຫລາຍໃນຕອນທຳອິດທີ່ຮູ້ແຕ່ຫລັງຈາກເລີກລາແລະກ້າວຂ້າມມັນມາໄດ້ລາວຈຶ່ງເຫັນເລື່ອງນີ້ເປັນເລື່ອງຕະລົກຊວນຫົວໄປເລີຍ

ເຈນເລົ່າໃນທະວິດເຕີຂອງລາວວ່າ  ເມື່ອຕອນທີ່ຍັງຄົບກັນຢູ່ ອະດີດແຟນຫນຸ່ມໄດ້ເຊີໄພລາວດ້ວຍນາລິກາອອກກຳລັງກາຍ Fitbit ລາວມັກມັນຫລາຍແລະໄດ້ເຮັດໃຫ້ການເຊື່ອມຂໍ້ມູນນາລິກາຂອງລາວແລະຂອງເຂົາເຂົ້າດ້ວຍກັນ ເພື່ອຕິດຕາມການເຄື່ອນໄຫວແລະຄວາມຄືບຫນ້າໃນການອອກກຳລັງກາຍ ລວມເຖິງສ້າງກຳລັງໃຈໃຫ້ແກ່ກັນ ຊຶ່ງມັນເປັນສິ່ງທີ່ໜ້າຮັກຫລາຍຈົນກະທັ້ງນາລິກາຂອງເຈນເດ້ງເຕືອນມາວ່າ ອະດີດແຟນຂອງລາວ “ເຮັດກິດຈະກຳອອກກຳລັງ” ໃນເວລາ 4ໂມງເຊົ້າ “ບໍ່ຢາກໃຫ້ມັນເປັນເລື່ອງຈິງເລີຍ” ເຈນເວົ້າດ້ວຍຄວາມນ້ອຍໃຈ

ແນ່ນອນວ່າສາມັນສຳນຶກຂອງເຮົາທຸກຄົນ ຄົງບໍ່ຄິດວ່າຈະມີໃຜໄປອອກກຳລັງກາຍຕອນ 4ໂມງເຊົ້າຢ່າງແນ່ນອນ ອີກທັ້ງເຈນຍັງບອກວ່າແຟນເກົ່າລາວມັກການອອກກຳລັງກາຍກໍ່ຈິງ ແຕ່ບໍ່ແມ່ນຕອນ 4 ໂມງເຊົ້າຢ່າງແນ່ນອນ ຫລັງຈາກນັ້ນກໍ່ຕິດຕາມຈຶ່ງໄດ້ຮູ້ຄວາມຈິງວ່າ ອະດີດແຟນຫນຸ່ມໄປແອບກິນຕັບກັບສາວອື່ນ

ເມື່ອເປັນແບບນີ້ນັກຂ່າວສາວອາຍຸ 38 ປີ ຈຶ່ງເລິກກັບອະດີດແຟນໜູ່ມຢ່າງບໍ່ຕ້ອງສົງໄສ ລາວຍອມຮັບວ່າຕອນເລິກກັນໃຫມ່ໆ ລາວຮ້ອງໄຫ້ເກືອບເປັນບ້າໄປຈົນແທບຄຸມສະຕິຕົວເອງບໍ່ໄດ້ເລີຍ ແຕ່ລາວກໍ່ຕັດສິນໃຈອົດທົນຕໍ່ໄປ ເບິ່ງມັນເປັນເລື່ອງທຳມະດາກັນໄປ ເຈນຍອມຮັບວ່າເປັນເລື່ອງທີ່ຕະລົກແລະຝັນຮ້າຍຢູ່ເຫມືອນກັນ ຊື້ນາລິກາອອກກຳລັງໃຫ້ລາວເພື່ອທີ່ຈະມັດຕົວເອງໃຫ້ຈຳນົນຕໍ່ຫລັກຖານ ແຕ່ລາວກໍ່ຮູ້ສຶກດີເໝືອນກັນທີ່ໄດ້ຮູ້ຄວາມຈິງ ບໍ່ຢ່າງນັ້ນລາວຄົງຖືກສວມເຂົາໄປອີກນານ

ຂ່າວທົ່ວໄປ