ສຸດແປກ ຄອບຄົວປ່ວຍເປັນອໍາມະພຶກເກືອບໝົດເຮືອນ ຊາວບ້ານເຊື່ອເປັນຍ້ອນຜີ

ສຸດແປກ ຄອບຄົວປ່ວຍເປັນອໍາມະພຶກເກືອບໝົດເຮືອນ ຊາວບ້ານເຊື່ອເປັນຍ້ອນຜີ

ເລື່ອງລາວສຸດແປກ ຄົນໃນເຮືອນປ່ວຍເປັນອໍາມະພຶກເກືອບທັ້ງຄອບຄົວ ບາງຄົນກໍ່ເຊື່ອວ່າເປັນຍ້ອນຜີໂຮງເຫຼັກ ຫຼັງລູກສາວເອີ່ຍປາກຈະບໍ່ໄປນົບໄຫວ້ ກ່ອນລົ້ມປ່ວຍຍ່າງບໍ່ໄດ້ ບໍ່ເວັ້ນແມ້ແຕ່ຫຼານທີ່ຫາກໍ່ເກີດເຫດປະຫຼາດນີ້ເກີດຂຶ້ນຢູ່ທີ່ຕໍາບົນສາມງ່າມ, ອໍາເພີໂພທອງ ຈັງຫວັດອ່າງທອງ ພົບເຈີຊາວບ້ານປ່ວຍເປັນອໍ່ມະພຶກເກືອບທັ້ງຄອບຄົວລວມ 4ຄົນ ເຫຼືອພຽງຫຼານຄົນຫຼ້າທີ່ຍັງເປັນປົກກະຕິ ແຕ່ເມື່ອເກີດອອກມາກໍ່ບໍ່ສົມບູນ ມີອາການເຈັບປ່ວຍຕະຫຼອດ ຈົນເຮັດໃຫ້ຄົນໃນເຮືອນມີຄວາມເຊື່ອວ່າເປັນຍ້ອນຜີໂຮງເຫຼັກ.

ຈາກການສອບຖາມຄົນໃນເຮືອນແມ່ຕູ້ ສະຫຼວຍ ສົນທິພົງ ອາຍຸ 81ປີ ເຊິ່ງອາໄສຢູ່ລວມກັບບູກ ແລະ ຫຼານອີກ 5ຄົນ ໂດຍແມ່ຕູ້ປ່ວຍເປັນອໍາມະພຶກຍ່າງລໍາບາກ ອາໄສຢູ່ຕະລ່າງເຮືອນເຊິ່ງນອກຈາກແມ່ຕູ້ທີ່ປ່ວຍເປັນອໍາມະພຶກແລ້ວຍັງມີຄົນໃນຄອບຄົວຄົນອື່ນອີກປະກອບໄປດ້ວຍ ນາງສົມພິດ ຫຼື ປ້າໂກະ ອາຍຸ 56ປີ ເຊິ່ງເປັນລູກຂອງແມ່ຕູ້ ກໍ່ປ່ວຍເປັນອໍາມະພາດຊີກຂວາ, ທ້າວສໍາລານ ອາຍ 78 ສາມີຂອງປ້າໂກະ ເປັນອໍາມະພາກຊີກຂວາ ແລະ ນາງສາວ ທຸລຽນ ອາຍຸ 48ປີ ເປັນອໍາມະພາດຊີກຊ້າຍ ເຫຼືອພຽງ

ນ້ອງນຸ່ນ ອາຍຸ 23ປີ ທີ່ຍັງແຂງແຮງ ແຕ່ຫາກໍ່ເກີດລູກຊາຍໄດ້ພຽງ 1 ເດືອນ ກໍ່ມີອາການຕົວເຫຼືອງ ນໍ້າໜັກນ້ອຍ ບໍ່ແຂງແຮງ ສ້າງຄວາມປະຫຼາດໃຈໃຫ້ກັບເພື່ອນບ້ານໍາກັນ ເພາະໝົດເຮືອນປ່ວຍເປັນໂລກດຽວກັນໝົດ.ນອກຈາກນີ້ແມ່ຕູ້ສະຫຼວຍ ຍັງບອກອີກວ່າ: ຢູ່ເຮືອນຂອງຕົນນັບຖືຜີໂຮງ ເຊິ່ງທາງອາດີດສາມີຂອງຕົນເປັນຜູ້ນໍາເຂົ້າມາໃນ

ຄອບຄົວໂດຍຈະຕ້ອງຈັດເຄື່ອງນົບໄຫວ້ທຸກປີ ຫຼັງຈາກສາມີເສຍຊີວິດຕົນເອງກໍ່ບໍ່ໄດ້ເຮັດຕໍ່ ຈົນກະທັັ້ງລົ້ມປ່ວຍເປັນອໍາມະພາດບໍ່ຮູ້ສາເຫດ.ຕໍ່ມາຊາວບ້ານທີ່ເປັນຮ່າງຊົງບອກວ່າ ທາງຄອບຄົວສາມີຂອງຕົນລ້ຽງຜີໂຮງໄວ້ ຕ້ອງທໍາການນົບໄຫວ້ ດັ່ງນັ້ນທາງຍາດພີ່ນ້ອງຈຶ່ງເລີ່ມຊື້ເຄື່ອງນົບໄຫວ້ມາໄຫວ້ຕໍ່ ແຕ່ຄົນໃນຄອບຄົວກໍ່ເລີ່ມລົ້ມປ່ວຍກ້ວຍໂລກອໍາມະພຶກ

ແລະ ອໍາມະພາດແນ່. ຈົນເມື່ອຕົ້ນປີ ເສດຖະກິດເລີ່ມບໍ່ດີ ບໍ່ມີເງິນຊື້ເຄື່ອງນົບໄຫວ້ ລູກສາວຂອງຕົນຄືນາງທຸລຽນກໍ່ເລີຍເວົ້າວ່າຖ້າບໍ່ມີເງິນກໍ່ບໍ່ຕ້ອງນົບໄຫວ້ກໍ່ໄດ້ ຫຼັງຈາກເວົ້າໄປບໍ່ພຽງເທົ່າໃດມື້ ລູກສາວຂອງຕົນກໍ່ລົ້ມປ່ວຍຍ່າງບໍ່ໄດ້.

ແນວໃດກໍ່ຕາມ ເລື່ອງລາວດັ່ງກ່າວນີ້ເປັນເລື່ອງສຸດແປກທີ່ຫາຂໍ້ພິສູດບໍ່ໄດ້ ວ່າສິ່ງທີ່ເກີດຂຶ້ນກັບຄອບຄົວນີ້ ມັນມາຈາກຫຍັງແທ້. ດັ່ງນັ້ນ ແຟນເພຈທັງຫຼາຍ ຫາກອ່ານແລ້ວ ກໍ່ຄວນໃຊ້ວີຈາລະນະຍານໃຫ້ດີ ຢ່າເຊື່ອໃນສິ່ງທີ່ຕົນບໍ່ເຫັນ ແລະ ບໍ່ໄດ້ສໍາຜັດ ແຕ່ຫາກບໍ່ເຊື່ອກໍ່ຢ່າລົບຫຼູ່.

ຂ່າວທົ່ວໄປ