ເມື່ອບໍ່ດົນມານີ້ມີກະແສຄວາມສົນໃຈເທິງເຟຊບຸ໊ກຫຼັງຈາກພາບນ້ຳຕົກຕາດອີຊີ່ແລະງູມັງກອນຢູ່ເທິງຫິນ. ຜູ້ໃຊ້ Facebook ບາງຄົນຄິດວ່າສະຖານທີ່ແຫ່ງນີ້ອາດຖືກຕັດຕໍ່ເທົ່ານັ້ນເພື່ອເປັນກະແສອອກໄປເທົ່ານັ້ນ
ແຕ່ທີ່ຈິງແລ້ວສະຖານທີ່ແຫ່ງນີ້ເປັນສະຖານທີ່ທີ່ມີຊື່ສຽງແລະເຕັມໄປດ້ວຍຄວາມເຊື່ອອັນສັກສິດຂອງຊາວບາຫຼີປະເທດອິນໂດນີເຊຍ ສະຖານທີ່ແຫ່ງນີ້ຮຽກວ່າ “ນ້ຳຕົກ Griya Beji”
“ນ້ຳຕົກ Griya Beji” ເປັນສະຖານທີ່ສັກສິດທີ່ມີຜູ້ໄປສັດທາ ຫລາຍລ້ານຄົນ (ເທບທິດາມັງກອນ) ຊຶ່ງຄົນທ້ອງຖິ່ນເຊື່ອວ່າເປັນຜູ້ພິທັກສ໌ອານາເຂດບ່ອນນີ້
ນ້ຳຕົກ Griya Beji ຕັ້ງຢູ່ໃນ Banjar Trinadi, Pungul Village, Abiansemal District, Badung Province, Bali, Indonesia ແລະ ສາມາດຄົ້ນຫາໄດ້ເທິງ Google Maps: Beji Waterfall Powerhouse
ປະຊາຊົນແລະນັກທ່ອງທ່ຽວທີ່ມາຢ້ຽມຊົມນ້ຳຕົກແຫ່ງນີ້ເຊື່ອວ່າການມາອາບນ້ຳບ່ອນນີ້ຈະຊ່ວຍໃຫ້ມີຄວາມສຸກແລະຊະລ້າງສິ່ງອັບມົງຄົນໄດ້ເປັນຢ່າງດີ