ຂໍຄວາມຊ່ວຍເຫຼືອ ປະກາດຕາມຫາ ນ້ອງແບມ ອາຍຸ 17ປີ ໃຜພົບເຫັນແຈ້ງດ່ວນ.

ຂໍຄວາມຊ່ວຍເຫຼືອ ປະກາດຕາມຫາ ນ້ອງແບມ ອາຍຸ 17ປີ ໃຜພົບເຫັນແຈ້ງດ່ວນ.

ຂໍຄວາມຊ່ວຍເຫຼືອແນ່ ຫມູ່ຂອງຂ້າພະເຈົ້າ ນາງ ປີ່ນມະນີ ພິມມະເສນ ( ແບມ ) ອາຍຸ17 ປີ, ຢູ່ບ້ານ ໂຊກຄຳ, ເມືອງ ໄຊເສດຖາ , ນະຄອນຫລວງວຽງຈັນ ບໍ່ກັບບ້ານ ຈົນຮອດວິນາທີ ທີ່ ຈະໄດ້ແຈ້ງຂໍຄວາມຊ່ວຍເຫລືອ
ຄື:

ໃນຕອນແລງ ຂອງວັນທີ່9-11-2020 ເວລາ 5 ໂມງ ແມ່ນໄດ້ເລີກຮຽນແລ້ວ 5:30 ເພີ່ນກໍໄດ້ໄປສົ່ງຫມູ່ທີ່ບ້ານໂຊກຄຳ ໃກ້ໆ ກັບບ້ານຜູ້ກ່ຽວເອງຫລັງຈາກສົ່ງແລ້ວໆ ເພີ່ນກໍໄດ້ກັບຈາກບ້ານຂອງຜູ້ທີ່ເພີ່ນໄປສົ່ງນັ້ນ ແລະຕອນນີ້ ເພີ່ນກໍຍັງບໍ່ທັນໄດ້ກັບບ້ານ.

ບໍ່ຮູ້ວ່າເພີ່ນໄປຢູ່ໃສ ຖາມຫາຫມູ່ທຸກຄົນ ກະວ່າ ບໍ່ໄດ້ຢູ່ນຳກັນ.
(ຜູ້ກ່ຽວຂັບລົດຈັກ zoomer x ສີດຳ ປ້າຍທະບຽນລົດ ດລ8444)
ດັ່ງນັ້ນຈື່ງໄດ້ແຈ້ງ ແລະຢາກຂໍຄວາມຊ່ວຍເຫລືອນຳສື່ມວນຊົນທັງຫລາຍ…

ໃຜພົບເຫັນແມ່ນໃຫ້ຕິດຕໍ່ມາທາງເຟສນີ້ເລີຍເດີ້

ຂ່າວທົ່ວໄປ