ຄໍາສັ່ງຈັບຕົວ 2 ສາວ ຄະດີຍັກຍອກສໍ້ໂກງຊັບພົນລະເມືອງ

ຄໍາສັ່ງຈັບຕົວ 2 ສາວ ຄະດີຍັກຍອກສໍ້ໂກງຊັບພົນລະເມືອງ

ປະກາດແຈ້ງຈັບບຸກຄົນທີ່ຍັກຍອກ ສໍ້ໂກງສັບພົນລະເມືອງ

ຂ້າພະເຈົ້າທ່ານພົງທອນອິນທະວົງ ອາຍຸ  50ປີຢູ່ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂທ020 55626525 ໄດ້ເອົາລົດໂຕໂຍຕາ toyota fotunerປີ2014 ສີຂາວໝາຍເລກທະບຽນ ມລ7778 ອອກຊື່ນາງກຸ້ງກີ່ ປ້າຍຂາວ ໃຫ້2ຄົນນີ້ເຊົ່າໄປແຂວງສະຫວັນນະເຂດຕັ້ງແຕ່ວັນທີ່ 27\ 7 \2019 ໄລຍະເຊົ່າແມ່ນ 7 ວັນ ຈົນຮອດປັດຈຸບັນ ພວກກ່ຽວຍັງບໍ່ທັນເອົາລົດມາສົ່ງ

ບໍ່ຮູ້ວ່າພວກກ່ຽວເອົາໄປຈໍານໍາຢູ່ສະຖານທີ່ແຫ່ງໃດ, ຂໍຄວາມກະລຸນາມາຍັງພວກທ່ານ, ຖ້າບຸກຄົນໃດ ຫຼື ພາກສ່ວນໃດ ຮັບຈໍານໍາ ນໍາພວກກ່ຽວກະລຸນາຕິດຕໍ່ຫາຂ້າພະເຈົ້າໂດຍກົງ ຂ້າພະເຈົ້າຍິນດີໄປໄຖ່ຖອນເອົາຄືນໂດຍບໍ່ເອົາເລື້ອງເອົາຄວາມຫຍັງກັບພວກທ່ານ ຫຼື ຖ້າບຸກຄົນໃດ ຫຼື ພາກສ່ວນໃດ ພົບເຫັນສາມາດຈັບຕົວພວກກ່ຽວໄດ້ທັນທີ ແລ້ວແຈ້ງຫາຂ້າພະເຈົ້າ ມີລາງວັນຈັບໄດ້ມອບໃຫ້ຕາມຄວາມເຫມາະສົມ ລາຍລະອຽດຂອງພວກກ່ຽວແມ່ນ:

  • ນາງ ອານຸສອນ ສໍພາບມີໄຊ (ນາງ ເຢະ) ພື້ນຖານຍ້າຍມາແຕ່ ບ້ານ ພູຄໍາ, ເມືອງ ກາສີ, ແຂວງ ວຽງຈັນ, ມາຂື້ນສໍາມະໂນຢູ່ບ້ານ ນາແຮ່, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ.
  • ນາງ ຫຼ້ານ້ອຍ ຈິນດາມະນີ ແຕ່ກ່ອນຢູ່ ບ້ານ ຫຼັກ 2, ເມືອງ ແລະ ແຂວງ ສາລະວັນ, ພໍ່ ແມ່ ອ້າຍ ເອື້ອຍ ນ້ອງ ມາເຊົ່າເຮືອນ ຢູ່ບ້ານ ຫາຍໂສກ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ຂ້າພະເຈົ້າຂໍຂອບອົກຂອບໃຈ ນໍາທຸກທ່ານທີ່ກົດແຊຣ ໃຫ້ຂ້າພະເຈົ້າສາມາດຈັບຕົວພວກກ່ຽວມາດໍາເນີນຄະດີ
ຂ່າວທົ່ວໄປ