ຮູ້​ຈັກ​ກັນບໍ່​ຮອດ 2 ເດືອນ ຕັ​ດ​ສິນ​ໃຈ​ແຕ່ງ 15 ລ້ານ, ຄຳ 3 ບາດ ຊີ​ວິດ​ຂອງ​ຊາຍ​ເປ​ສາວ​ໄປ​ວັນໆ​ປ່ຽນ​ໄປ​ປານ​ຄົນ​ລະ​ຄົນ

ຮູ້​ຈັກ​ກັນບໍ່​ຮອດ 2 ເດືອນ ຕັ​ດ​ສິນ​ໃຈ​ແຕ່ງ 15 ລ້ານ, ຄຳ 3 ບາດ ຊີ​ວິດ​ຂອງ​ຊາຍ​ເປ​ສາວ​ໄປ​ວັນໆ​ປ່ຽນ​ໄປ​ປານ​ຄົນ​ລະ​ຄົນ

ໜຸ່ມ​ໂພ​ສ​ເລື່ອງ​ລາວ​ດີໆ ທີ່​ເຊື່ອ​ແນ່​ວ່າ​ອ່ານ​ແລ້ວ​ໄດ້​ຂໍ້​ຄິດ​ກັບ​ໄປ​ແນ່ນອນ ຈາກ​ໂພ​ສ Souksakhone Vongsavanthong

ແຕ່ງເມຍມາດ້ວຍເງິນ 15ລ້ານກີບ, ຄຳ 3 ບາດ ເຮັດໃຫ້ຊີວິດຂ້ອຍປ່ຽນໄປ ຈາກທີ່ເຄີຍຫລິ້ນກິນຟຸມເຟືອຍ,ເປສາວໄປວັນໆ ກາຍມາເປັນຄົນທີ່ຮູ້ຈັກຄິດ ມີຄວາມຮັບຜິດຊອບ ໃຊ້ເງິນຢ່າງເປັນລະບົບ.

ຂ້ອຍກັບເມຍຮູ້ຈັກກັນບໍ່ຮອດ 2 ເດືອນ(ຕະຫລອດ2ເດືອນໄປຫາທຸກມື້)ແຕ່ຮູ້ສຶກຖືກຊາຕາຍ້ອນວ່າເປັນຄົນບໍ່ເຄີຍຮຽກຮ້ອງຢາກໄດ້ຫຍັງນຳຂ້ອຍເລີຍ ແລະ ເປັນຄົນທີ່ບໍ່ໃຊ້ຂອງແບຼນເນມ ທັ້ງຕົວມີແຕ່ເຄື່ອງລາຄາຖືກ ,ເອົາໃຈເກັ່ງ,ແຕ່ງກິນເປັນ ຖືກໃຈສຸດໆ.

ຈຶ່ງຕັດສິນໃຈແຕ່ງເລີຍ ແລະ ແຕ່ງມາກໍບໍ່ຜິດຫວັງ ເປັນຄົນງາມທີ່ສຸດທີ່ຂ້ອຍເຄີຍຄົບຜູ້ຍິງມາ ເປັນແມ່ເຮືອນທີ່ດີ ເປັນກຳລັງໃຈໃຫ້ຜົວຫາເງິນມາຕະຫລອດ,

ຂ້ອຍສອນເມຍໃຫ້ໃຊ້ຊີວິດຕິດດິນຢູ່ຕະຫລອດ ຖ້າເຮົາມາຢູ່ຈຸດທີ່ສູງພໍ ໃຊ້ຂອງຖືກໆ ຄົນອື່ນກໍເບິ່ງວ່າເປັນຂອງແພງ.
ສູ້ຊົນມານຳກັນຈົນມີຄົບທຸກຢ່າງໃນຊີວິດທີ່ຫາມາດ້ວຍເຫື່ອແຮງແລະຄວາມສາມາດຂອງພວກເຮົາເອງ , ແລະ ມີລູກໆທີ່ໜ້າຮັກ2ຄົນທີ່ເຮັດໃຫ້ຂ້ອຍຫາຍເມື່ອຍຈາກວຽກທຸກຄັ້ງທີ່ໄດ້ຢອກພວກເຂົາ.

ຂ່າວທົ່ວໄປ