ສື່ເລບານອນ ແຜ່ພາບທີ່ແສນຈະຫົດຫູ່ ເປັນພາບຜູ້ຄົນຈຳນວນຫຼາຍປີວໃນອາກາດຈາກແຮງດັນມະຫາສານຂອງລະເບີດ
ລັດຖະບານເລບານອນ ຮຽກປະຊຸມດ່ວນ ປະກາດພາວະສຸກເສີນ ຮຽກຮ້ອງຄວາມຊ່ວຍເຫຼືອພື້ນພູຢຽວຢາຈາກນາໆຊາດ ແລະສັນຍາຈະນຳຜູ້ກ່ຽວຂ້ອງມາລົງໂທດໃຫ້ໄດ້.. ຂະນະທີ່ ລມຕ ການຕ່າງປະເທດ ແລະ ລມຕ ປ້ອງກັນຊາດອິສຣາເອລ ຮ່ວມກັນຖະແຫຼງປະຕິເສດຄວາມກ່ຽວຂ້ອງໃດໆຕໍ່ເຫດການນີ້ ແລະວ່າຍິນດີມອບຄວາມຊ່ວຍເຫຼືອດ້ານມະນຸດສະທຳ ແກ່ຜູ້ເຄາະຮ້າຍ..
ແຕ່ຢ້ອນກັບໄປ 2 ປີກ່ອນໜ້ານີ້ ທູດອິສຣາເອລ ເຄີຍປະກາດໃນທີ່ປະຊຸມ ສປຊ ວ່າຈະຈັດການສາງອາວຸດຂອງພວກເຮຊບອລເລາະຫ໌ ໃນທ່າເຮືອເບຣຸດ ແຕ່ທີ່ຈິງແລ້ວ ທີ່ນັ້ນເປັນສາງເກັບມ້ຽນສານແອມໂມນຽມໄນເຕຣດ ຈຳນວນ 2.750 ໂຕນ ທີ່ຢຶດໄດ້ຈາກກຸ່ມໄອສິສ ທີ່ເກີດການລະເບີດດັ່ງກ່າວ..
ຫຼ້າສຸດ ຍອດການຕາຍມີເກີນ 100 ສົບ ຂະນະທີ່ມີຜູ້ບາດເຈັບ ກວ່າ 4 ພັນຄົນ ເຊິ່ງໃນຈຳນວນຜູ້ຕາຍ ລວມມີບຸກຄົນສຳຄັນຂອງປະເທດ ຊື່ນາຊາຣ໌ ນາຈາຣິຍານ ເລຂາທິການໃຫຍ່ພັກ ຄາຕາອີບ ທີ່ເປັນພັກເກົ່າແກ່ຂອງເລບານອນ ຖືກແຮງລະເບີດຂະນະນັ່ງເຮັດວຽກໃນຫ້ອງການຂອງຕົນ ຫ່າງຈາກຈຸດລະເບີດ 3 ກິໂລແມັດ
ແຮງລະເບີດ ໄດ້ເຮັດໃຫ້ແຜ່ນດິນໄຫວ 3,3 ແມກນິຈູນ ເທົ່າກັບເຄິ່ງໜຶ່ງຂອງເຫດການຮີໂຣຊີມາ ສົ່ງຄື້ນກະແທກລະດັບ 340 ແມັດຕໍ່ວິນາທີ ທຳລາຍລ້າງບ້ານເຮືອນໃນວົງລັດສະໝີ 5 ກິໂລແມັດຈາກຈຸດສູນກາງ ຮາບຄາບເປັນໜ້າກອງ ຕຶກອາຄານໃນວົງລັດສະໝີ 10 ກິໂລແມັດ ໄດ້ຮັບຄວມເສຍຫາຍ ແລະຮັບຮູ້ໄດ້ເຖິງແຮງລະເບີດ ໄກອອກໄປ ເຖິງ 27 ກິໂລແມັດ..
ບານປ່ອງຢ້ຽມ ແລະວົງກົບ ຕຶກທຳນຽບປະທານາທິບໍດີ ທີ່ຢູ່ຫ່າງອອກໄປ ຫຼາຍກິໂລແມັດ ກໍຫຼຸດພົ້ງເຂົ້າໄປດ້ານໃນ.. ເພດານ ແລະຜາບາງສ່ວນຂອງຕຶກສະໜາມບິນເບຣຸຕ ທີ່ຫ່າງ 8 ກິໂລແມັດ ກໍໂຢດເພພັງລົງ..
ສຽງລະເບິດ ກຶກກ້ອງກຳປະນາດ ຈົນຊາວບ້ານທີ່ຢູ່ເກາະໄຊປຣັສ ຫ່າງ 240 ກິໂລແມັດ ຍັງໄດ້ຍິນສຽງ..
ຮັສຊັນດີອັບ ນາຍົກເລບານອນ ສະແດງຄວາມເສົ້າເສຍໃຈຕໍ່ໂສກກະນາດຕິກຳຄັ້ງນີ້ ພ້ອມຕຳນິການຖືເບົາຂອງຝ່າຍຄວາມໝັ້ນຄົງ ທີ່ປ່ອຍໃຫ້ນຳວັດຖຸອັນຕະລາຍ ຈຳນວນມະຫາສານ ມາເກັບໄວ້ໃນທີ່ຊຸມຊົນໜາແໜ້ນ ແລະປ່ອຍໄວ້ນານເຖິງ 6 ປີໂດຍທີ່ບໍ່ແກ້ໄຂແບບນີ້