ຂ່າວດີ! ຜູ້ຕິດເຊື້ອໂຄວິດ ກໍລະນີ 23 ປິ່ນປົວຫາຍດີແລ້ວ ພ້ອມກັບບ້ານເພື່ອຈໍາກັດບໍລິເວນຕໍ່ອີກ 14 ວັນ ຕາມການລາຍງານຈາກ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃຫ້ຮູ້ວ່າ: ປະຈຸບັນ, ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວຈະ
ໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການຢູ່ເຮືອນຂອງຕົນຈົນຄົບ 14 ວັນ ພ້ອມທັງປະຕິບັດ ວິຖີການດຳລົງຊີວິດປົກກະຕິແບບໃໝ່ new normal; ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ທັງນີ້, ໃນວັນທີ 1 ພະຈິກ 2020 ທີ່ຜ່ານມາ, ໄດ້ເກັບຕົວຢ່າງມາກວດວິເຄາະ
ທັງໝົດ 132 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 46 ຕົວຢ່າງ, ແຮງງານຫວຽດນາມ 64 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 21 ຕົວຢ່າງ ແລະ ຜູ້ຕິດເຊື້ອນ້ຳເບີ 23 ມາກວດຄືນ 01 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ