ສາວອຸດອນຖືກຫວຍ90ລ້ານ ຈ້າງຄົນຫວ່ານທານ 300,000ບາດ ສະລອງວັນເກິດ

ສາວອຸດອນຖືກຫວຍ90ລ້ານ ຈ້າງຄົນຫວ່ານທານ 300,000ບາດ ສະລອງວັນເກິດ

ງານນີ້ຄົນໄດ້ຮັບຊັບທັງໄດ້ຮັບຄວາມສຸກກັນເຕັມໆໄປເລີຍ ເມື່ອມີສາວອຸດອນ ໃຈບຸນ ຖືກຫວຍ 90 ລ້ານບາດ ກ່ອນຈະສະລອງວັນເກີດດ້ວຍການແຈກເງິນ 300,000 ບາດ

ໂດຍເມື່ອວານນີ້  12 ກໍລະກົດ ບ້ານຫນອງເຫີ້ຍ ຕ.ຫນອງຫວ້າ ອ.ກຸມພວາປີ ຈ.ອຸດອນທານີ ມີນາງວັນນະລີ ປັນຍາໃສ ອາຍຸ 48 ປີ ສາວຜູ້ໂຊກດີຖືກລອຕເຕອຣີ່ລາງວັນທີ່ 1 ງວດປະຈຳວັນທີ່ 1 ພ.ຄ. 2561 ຫມາຍເລກ 149840 ຈຳນວນ 15 ໃບຮັບເຕັມໆ 90 ລ້ານບາດ ຊຶ່ງເຈົ້າຕົວໄດ້ຈັດງານວັນເກີດອາຍຸຄົບ 48 ປີ ແລະທຳບຸນບ້ານ ມີການຈັດອາຫານລ້ຽງແຂກກວ່າ 200 ຄົນ ແລະຈັດໝໍລຳອີກດ້ວຍ

ແຕ່ທີ່ສຳຄັນ ຄື ລາວໄດ້ແຈກທອງຄຳຫນັກ 1 ສະລຶງ ຈຳນວນ 30 ເສັ້ນ ແລະເງິນທະນາບັດສະບັບລະ 20 ບາດ ເປັນເງິນຈຳນວນ 70,000 ບາດ ລວມມູນຄ່າ 300,000 ບາດ ໂດຍໃຊ້ພາລາມໍເຕີບິນຫວ່ານລົງມາໃຫ້ຊາວບ້ານກວ່າ 3000 ຄົນເກັບ

ດ້ານ ນາງວັນະນລີ ເວົ້າວ່າ ແນວຄິດທີ່ຈັດງານວັນເກີດເຊົ່ນນີ້ ເພາະພູມໃຈທີ່ຖືກຫວຍ 90 ລ້ານ ເທວະດາເບິ່ງເຫັນທີ່ເຮົາເປັນຄົນດີ ອີກທັ້ງເປັນວັນເກີດ ວັນທຳບຸນບ້ານ ຈຶ່ງຢາກມອບຄວາມສຸກໃຫ້ຜູ້ໂຊກດີ

 

ສາລະໜ້າຮູ້