ກໍລະນີມີຄລິບຫຼຸດທີ່ 3434 STATION ຫາກໍ່ເປີດຮ້ານໄດ້ມື້ດຽວໃນວັນທີ່ 25/11/2020 ທີ່ຜ່ານມາ
ລ່າສຸດທາງເຈົ້າຂອງຄລິບ ໄດ້ອອກມາຂໍໂທດສັງຄົມ ເຮັດໄປດ້ວຍຮູ້ເທົ່າບໍ່ເຖິງການ , ທາງຮ້ານ 34-station ແລະ ກະຊວງວັດທະນະທຳໄດ້ເອີ້ນໄປຕັກເຕືອນ ເຊີ່ງທາງນ້ອງຍອມຮັບວ່າໄດ້ເຮັດຜິດແທ້ຂໍໂທດແມ່ຄ້າຊາວຂາຍ ຂໍໃຫ້ສັງຄົມໃຫ້ອະໄພ
ອີງຕາມໜັງສືແຈ້ງການຂອງ ຫ້ອງວ່າການ ເມືອງໄຊເສດຖາ ເລື່ອງ: ໃຫ້ໂຈະການບໍລິການຮ້ານອາຫານ ສະຖານີ 3434 ຊົ່ວຄາວ. ອີງຕາມ ໜັງສືສະເໜີຂອງຮ້ານອາຫານ ສະຖານີ 3434 ສະບັບລົງວັນທີ 20/11/2020. ກ່ຽວກັບສະເໜີຂໍເປີດບໍລິການ ຮ້ານອາຫານ ສະຖານີ 3434.