ແປັບດຽວ ຄົບຮອບ 1 ປີ ແລ້ວ ທີ່ ເທິ ຢູນາ ຄົນດັງໃນວົງການບັນເທີງ ທີ່ມີສຽງປາກເວົ້າອັນເປັນເອກກະລັກສຳນຽງຜູ້ໄທ ທີ່ໄດ້ໝັ້ນໝາຍໃຊ້ຊີວິດຄູ່ກັບສາວນ້ອຍໄວພຽງ 18 ປີ ຢ່າງສາວ ມ່ອມນ້ອຍ ຄົນງາມໜ້າຮັກ ສາວບ້ານດຽວກັນຫວ່າງປີກາຍ 11/11/2019 ແລະ ມື້ນີ້ກໍມາຄົບຮອບເປັນ 1 ປີ ພໍດີ ທາງເທິ ຢູນາ ກໍໄດ້ໂພສຊຶ້ງ ແນວສະຕາຍເທິຢູນານັ້ນລະວ່າ
11/11/2020 ຄົບຮອບ 1 ປີຂອງການຫົ່ມຜ້າລາຍຜືນດຽວ ຕັ້ງແຕ່ມື້ນັ້ນຈົນຮອດມື້ນີ້ຄວາມຮັກທີ່ລຸງມີໃຫ້ມ່ອມບໍ່ເຄີຍປ່ຽນແປງເລີຍ ຕອນທຳອິດລຸງກະພຽງຮັກມ່ອມນ້ອຍດຽວ ແລະຕອນນີ້ກະຍັງຮັກນ້ອຍດຽວຄືເກົ່າ ! ບໍ່ເພີ່ມເລີຍພໍນ້ອຍ…
ປັດຍາຊີວິດຄູ່ມື້ນັ້ນທີ່ບອກວ່າ ເຖິງລຸງຊິມີກິກເປັນລ້ອຍກະຮັກມ່ອມນ້ອຍພຽງຄົນດຽວ ມື້ນີ້ລຸງກະຍັງຮັກມ່ອມນ້ອຍຄົນດຽວຄືເກົ່າ (ບໍ່ມີດອກຜູ້ຊາຍທີ່ຮູ້ຈັກພໍມີແຕ່ຜູ້ຊາຍທີ່ຮູ້ຈັກຄວາມ ຮູ້ຈັກແຍກແຍະວ່າອັນໃດເມຍ ອັນໃດເດັກ)
ທັງນີ້ເນື້ອຫາກໍຕາມສະຕາຍໜຸ່ມ ອາລົມດີ ມີຄວາມບັນເທີງເຕັມສາຍເລືອດທຸກເວລາ ແນວໃດກໍຍິນດີນຳ ມີທາຍາດໄວໆ ຮັກກັນຢືນຍາວໝັ້ນເດີ້ ….