ດຽວນີ້ກະແສເລື່ອງໂຄວິດ-19 ເບິ່ງຄືວ່າເປັນເລື່ອງປົກກະຕິສຳລັບທຸກຄົນໄປແລ້ວ ແຕ່ສະພາບການໂດຍລວມໃນທົ່ວໂລກຍັງບໍ່ຢຸດນີ້ງ ຈຳນວນຍັງສືບຕໍ່ເພີ່ມຂຶ້ນໃນທຸກໆວັນ ສຳລັບຄົນລາວເຮົາຈະເວົ້າໄປແລ້ວຖືວ່າໂຊກດີຫຼາຍມີບໍ່ເທົ່າໃດຄົນທີ່ຕິດເຊື້ອພະຍາດນີ້ ດັ່ງນັ້ນ, ຈິ່ງເປັນທີ່ສົນໃຈຂອງຫຼາຍຄົນກ່ຽວກັບອາການຂອງເຊື້ອພະຍາດຊະນິດນີ້.
ຫຼ້າສຸດໃນຕອນຄ່ຳຂອງວັນທີ 12 ພະຈິກ 2020 ນ້ອງ ແກ້ວຕາ ແກ້ວອຸດົມ, ຊື່ Facebook: KeoTa Keooudomສາວນັກສືກສາລາວໃນຣັດເຊຍໄດ້ອອກມາໂພສວ່າຕົນເອງໄດ້ຮັບເຊື້ອ ແລະ ກຳລັງປິ່ນປົວຢູ່ ອັນສຳຄັນແມ່ນການບົ່ງບອກເຖິງອາການຂອງພະຍາດໂຄວິດ-19.
ຮູບປະກອບຂ່າວ
ຂໍ້ຄວາມຂອງນ້ອງລະບຸວ່າ: ຫຼາຍຄົນກະຮູ້ດີວ່າຢູ່ລັດເຊຍມີການລະບາດໂຄວິດໜັກແລະຂ້າພະເຈົ້າກະເປັນໜື່ງຄົນທີ່ໂຊກຮ້າຍ
1. ຫຼາຍຄົນສົງໄສວ່າແກ້ວຕາຕິດໂຄວິດແທ້ຫຼືບໍ່?
ຄຳຕອບກະຄືຕິດແທ້ ຕອນນີ້ເປັນໂຄວິດມື້ທີ5
2. ອາການໂຄວິດເປັນແນວໃດ ?
ອາການປົກກະຕິໂດຍລວມກະທຳມະດາຄືຄົນປົກກະຕິທົ່ວໄປບໍ່ໄດ້ເປັນຫຍັງຫຼາຍ ມີແຕ່ດັງບໍ່ຮັບຮູ້ກີ່ນແລະອິດເມື່ອຍຄືຄົນເປັນໄຂ້ເທົ່ານັ້ນ ບໍ່ໄອ, ບໍ່ຈາມ, ບໍ່ມີນ້ຳມູກແລະອຸນຫະພູມຕໍ່າກວ່າ 38° (ຄວາມຈິງມັນບໍ່ເຄີຍຮອດເລີຍ) ອາການສະແດງອອກຂອງແຕ່ລະຄົນມັນຕ່າງກັນ
3. ຕອນນີ້ຮູ້ສືກແນວໃດ?
ອິດເມື່ອຍເລັກນ້ອຍ, ບາງຄັ້ງມີອາການປຸ້ນທ້ອງ,ວຽນຫົວແລະກໍ່ຮາກເປັນບາງຄັ້ງຄາວ
4. ດູແລຮັກສາສຸຂະພາບແນວໃດໃນຊ່ວງເປັນໂຄວິດ?
ສີ່ງສຳຄັນຫຼັກໆຕອນນີ້ກະຄືກິນຢາວິຕາມິນຊີ , Calcium ແລະ ຢາຕ້ານເຊື້ອ. ນອກຈາກນີ້ຍັງຮັກສາຄວາມສະອາດເປັນຕົ້ນກະຄືໝັ່ນລ້າງມືດ້ວຍສະບູ່. ນອນພັກຜ່ອນໃຫ້ພຽງພໍ
5. ລະເລື່ອງຄ່າໃຊ້ຈ່າຍໃນການປີ່ນປົວເດ?
ປີ່ນປົວເອງທຸກຢ່າງ , ໃຊ້ເງີນຕົນເອງ ເວົ້າໄດ້ເລີຍວ່າໝົດເງີນຫຼາຍ ທັງຄ່າກວດແລະຄ່າຢາອື່ນໆອີກ
6. ທາງໂຮງຮຽນຈະຊ່ວຍຄ່າຢາບໍ່?
ໄດ້ຍິນເວົ້າວ່າຈະຊ່ວຍແຕ່ຍັງບໍ່ທັນຮູ້ວ່າຈະເປັນແນວໃດຕໍ່ໄປ
7. ສາເຫດທີ່ພາໃຫ້ຕິດໂຄວິດໃນຄັ້ງນີ້?
ເປັນຍ້ອນການພັກຜ່ອນບໍ່ພຽງພໍເຮັດໃຫ້ສຸຂະພາບອ່ອນແອເລີຍຕິດ
8. ຄິດວ່າເປັນໂຄວິດຄັ້ງນີ້ຈະຫາຍດີບໍ່?
ຕ້ອງດີແນ່ນອນ100%
ຝາກເຖີງທຸກຄົນໃຫ້ຮັກສາສຸຂະພາບສີ່ງສຳຄັນກະຄືການພັກຜ່ອນໃຫ້ພຽງພໍແລະກິນອາຫານໃຫ້ມີປະໂຫຍດ