ສວນຈໍາລອງ “ນາລົກ” ຕັ້ງຢູ່ໃນເຂດ ວັດປ່າພະບາດ ພູເຂາຄວາຍ, ເຂົ້າໄປທາງ ບ້ານ ນານົກຂຸ້ນ ເມືອງທຸລະຄົມ ແຂວງວຽງຈັນ. ເປັນການຈຳລອງພາບຂອງນາລົກໃນວັນນາຄະດີ ແລະ ຄວາມເຊື່ອຂອງຊາວພຸດ ທີ່ເຊື່ອກັນວ່າ ໃຜທີ່ເຮັດຊົ່ວ ຫຼື ເຮັດບາບກໍຈະຕົກນາລົກໝົກໄໝ້ ເພີ່ອສົດໃຊ້ກຳທີ່ເຮັດໄປໃນຄັ້ງທີ່ມີຊີວິດຢູ່
ໃຜທີ່ມີເວລາ ແລະ ຢາກຈະຮຽນຮູ້ຕື່ມ ກ່ຽວກັບ ເລື່ອງລາວ ທີ່ເກີດຂຶ້ນ ຢູ່ໂລກ ນາລົກ ແລະ ສາດສະໜາພຸດ
ສວນຈຳລອງ ນາລົກ ເລື່ອງລາວ ທີ່ເກີດຂຶ້ນໃນໂລກຫຼັງຄວາມຕາຍ ເຫັນແລ້ວເປັນຕາຢ້ານອີຫຼີ