ດີໃຈນໍາ! ອູຫັ່ນເປີດເມືອງແລ້ວ ຫຼັງຈີນ Lock down ຄົນ 11ລ້ານຄົນ ຄວບຄຸມໂຄວິດ-19 ເປັນເວລາ ເກືອບ 3ເດືອນ

ດີໃຈນໍາ! ອູຫັ່ນເປີດເມືອງແລ້ວ ຫຼັງຈີນ Lock down ຄົນ 11ລ້ານຄົນ ຄວບຄຸມໂຄວິດ-19 ເປັນເວລາ ເກືອບ 3ເດືອນ

ຊາວເມືອງອູຫັ່ນດີໃຈ ທາງການຍົກເລີກມາດຕະການລັອກດາວ ອະນຸຍາດໃຫ້ປະຊາຊົນທີ່ສຸຂະພາບແຂງແຮງດີ ເດີນທາງອອກເມືອງໄດ້ແລ້ວ ຫຼັງໃຊ້ມາດຕະການຄຸມເຂັ້ມຫ້າມຄົນເຂົ້າອອກຈາກເມືອງ ດົນເຖິງ 76ວັນ ເພື່ອຄຸມການລະບາດຂອງໂຄວິດ

ເມື່ອວັນທີ 8 ເມສາ 2020 ສໍານັກຂ່າວຣອຍເຕີ ແລະ ຊີເອັນເອັນ ລາຍງານໃຫ້ຮູ້ວ່າ: ຊາວເມືອງອູຫັ່ນໃນແຂວງຫູເປີ່ຍ ສຸດດີໃຈ ໃນທີ່ສຸດກໍ່ຮອດມື້ທີ່ທາງການຈີນປະກາດຍົກເລີກມາດຕະການລັອກດາວແລ້ວໃນມື້ນີ້ ຫຼັງສັ່ງຫ້າມປະຊາຊົນ 11 ລ້ານຄົນໃນເມືອງເດີນທາງເຂົ້າ-ອອກ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ທີ່ດໍາເນີນມາຍາວນານເຖິງ 76ວັນ ຕັ້=ແຕ່ວັນທີ 23 ມັງກອນ 2020 ເນື່ອງຈາກເມືອງອູຫັ່ນ ໄດ້ກາຍເປັນສູນກາງການລະບາດຂອງເຊື້ອໂຄວິດຕັ້ງແຕ່ເດືອນທັນວາທີ່ຜ່ານມາ ແລະ ມີຜູ້ປ່ວຍດ້ວຍໂລກນີ້ເສຍຊີວິດເຖິງ 2.500ສົບ ຈາກຈໍານວນຜູ້ເສຍຊີວິດໃນຈີນ ປະມານ 3.300ສົບ ແລະ ມີຜູ້ຕິດເຊື້ອໝົດປະເທດປະມານ 8,1ໝື່ນຄົນ

ປະຊາຊົນໃນເມືອງອູຫັ່ນ ທີ່ມີສຸຂະພາບດີຈະໄດ້ຮັບອະນຸຍາດໃຫ້ເດີນທາງອອກຈາກເມືອງອູຫັ່ນ ທັງທາງລົດໄຟ ເຄື່ອງບິນ ລວມທັງລົດຍົນສ່ວນຕົວ ໂດຍເຈົ້າໜ້າທີ່ການລົດໄຟເມືອງອູຫັ່ນ ຄາດການວ່າຈະມີປະຊາກອນກວ່າ 55.000ຄົນ ເດີນທາງໂດຍລົດໄຟ ອອກຈາກເມືອງອູຫັ່ນໃນມື້ນີ້ 8 ເມສາ 2020 ແລະ ຄາດວ່າປະມານ 40% ຈະເດີນທາງໄປຍັງເຂດເສດຖະກິດສາມຫຼ່ຽມປາກແມ່ນໍ້າຈູຈຽງ ເຊິ່ງເປັນສູນກາງການຜະລິດສໍາຄັນໃນປະເທດຈີນ

ນອກຈາກນີ້ ທ່ານ ຫຼົວ ຝິງ ເຈົ້າໜ້າທີ່ຄວບຄຸມການລະບາດຂອງໂລກຕິດຕໍ່ໃນເມືອງອູຫັ່ນ ກ່າວກັບສະຖານີໂທລະພາບ CCTV ຂອງຈີນ ວ່າ ການຍົກເລີກມາດຕະການລັອກດາວໃນເມືອງອູຫັ່ນ ຖືເປັນການເລີ່ມຕົ້ນ ຢ່າງເຕັມຮູບແບບຂອງເສດຖະກິດ ແລະ ກິດຈະກໍາທາງສັງຄົມໃນເມືອງອູຫັ່ນ ຫຼັງຖືກລະງັບໄປດົນເຖິງ 76ວັນ ໃນຂະນະດຽວກັນເຈົ້າໜ້າທີ່ກໍ່ຍັງຄົງຕ້ອງພະຍາຍາມປ້ອງກັນບໍ່ໃຫ້ເຊື້ອໂຄວິດຫວນກັບມາລະບາດຮອບສອງອີກຕໍ່ໄປ

ຂ່າວທົ່ວໄປ