ສາວຕ່າງຊາດຍອມຮັບ ປະສົບການຖືກດືງກະເປົ່າ ທີ່ໃກ້ຕະຫຼາດທົ່ງຂັນຄໍາ ເມື່ອຕົ້ນເດືອນກໍລະກົດ ຍັງເຮັດໃຫ້ຍ້ານກົວຈົນຮອດປັດຈຸບັນ ແລະຝາກເຕືອນຄົນລາວ ແລະ ຄົນຕ່າງປະເທດ ແມ້ພຽງແຄ່ອອກຈ່າຍຕະຫຼາດກໍ່ຕ້ອງມີສະຕິລະວັງຕົວ ໂດຍຍັງຄິດວ່າລາວເປັນປະເທດທີ່ສະງຽບປອດໄພ ແຕ່ຕ້ອງມີສະຕິຕະຫຼອດເວລາທີ່ຢູ່ນອກບ້ານ ເພື່ອລົດໂອກາດເປັນກຸ່ມເປົ້າໝາຍຂອງໂຈນ ສາວຕ່າງຊາດເຄາະຮ້າຍ ມາເຮັດວຽກຢູ່ ສປປ ລາວ ດົນກວ່າ 2 ປີ ຖືກດືງກະເປົ່າກາງຕະຫຼາດທົ່ງຂັນຄຳທັງໆທີ່ບໍ່ແມ່ນທີ່ປ່ຽວ ແຕ່ໂຈນໄດ້ໃຊ້ໂອກາດພຽງບໍ່ພໍທໍ່ໃດນາທີ ທີ່ສາວຕ່າງຊາດແຍກກັບນ້ອງຜູ້ຊາຍ ແລະກຳລັງປ່ຽນມືຈັບກະເປົ່າມາໄວ້ດ້ານທີ່ບໍ່ແມ່ນແຄມຖະໜົນ ຂັບລົດຈັກຮອນດ້າຄຣິກມາດືງກະເປົ່າໄປຢ່າງວ່ອງໄວ ເຊິ່ງໃນຂະນະນັ້ນ ແມ່ຄ້າທີ່ຂາຍໝາກນັດກໍ່ໄດ້ພະຍາຍາມແລ່ນນໍາ
ແຕ່ກໍ່ບໍ່ສາມາດຈັບໄດ້ (ຈຸດເກີດເຫດແມ່ນໜ້າໂຮງຮຽນ ຫງວຽນຢູ 2 )ເຫດການດັງກ່າວ ເກິດຂຶ້ນເວລາປະມານ 9 ໂມງເຊົ້າ ໃນໄລຍະຕົ້ນເດືອນກໍລະກົດທີ່ຜ່ານມາ ແລະ ເຖິງວ່າຜູ້ເຄາະຮ້າຍຈະບໍ່ໄດ້ມີພຶດຕິກຳສຽ່ງ ເນື່ອງຈາກຢູ່ໃນຕະຫຼາດທີ່ຄົນຫຼາຍ ແລະກຳລັງປ່ຽນມືຈັບກະເປົ່າຈາກແຄມຖະໜົນມາອີກຂ້າງໜື່ງ ກ່ອນທີ່ຈະເລືອກໝາກນັດ ແຕ່ໂຈນແມ່ນຜູ້ຊາຍຮ່າງໃຫ່ຍ ມີຄວາມຄ່ອງແຄ່ວ ແລະມີແຮງຫຼາຍ ຈົນຕົນເອງບໍ່ສາມາດສູ້ແຮງດຶງກະເປົ່າໄດ້ສາວຕ່າງຊາດເລົ່າໃຫ້ເຮົາຟັງອີກວ່າ : ຫຼັງຈາກນັ້ນ, ຕົນເອງ ກໍ່ໄດ້ໄປປະສານງານກັບຕໍາຫຼວດໃນທ້ອງຖິ່ນ ເພື່ອກວດສອບກ້ອງວົງຈອນປິດໃນບໍລິເວນນັ້ນ ຈື່ງໄດ້ຮູ້ວ່າ: ຄົນຮ້າຍແມ່ນເປັນຜູ້ຊາຍ ໂຕໃຫ່ຍ ໃສ່ເສື້ອວອມ ໝວກກັນນ໋ອກສີເທົາ ແລະໃຊ້ເສັ້ນທາງໜີໄປທາງ ທີ່ຈະໄປຕະຫຼາດ 450 ປີຈົນຮອດມື້ນີ້ ນັບເປັນເວລາກ່າຍ 2 ອາທິດແລ້ວ ສາວຕ່າງຊາດຜູ້ນີ້ຍອມຮັບວ່ານອກຈາກເຮັດໃຫ້ມີຄວາມຫຍຸ້ງຍາກໃນການຂໍເອກະສານສຳຄັນໃຫມ່ແລ້ວ ຕົນເອງຍັງບໍ່ກ້າເຂົ້າຕະຫຼາດ
ໂດຍເລືອກຊື້ເຄື່ອງສະເພາະຈາກຮ້ານສະດວກຊື້ຂະໜາດໃຫຍ່ເທົ່ານັ້ນ ແລະຈາກທີ່ເມື່ອກ່ອນເຄີຍໄປແລ່ນອອກກຳລັງກາຍຄົນດຽວໃນຕອນເຊົ້າ ກໍ່ບໍ່ໄປອີກແລ້ວ
ເຫດການດັ່ງກ່າວ ໄດ້ເຮັດໃຫ້ຜູ້ເຄາະຮ້າຍມີອາການຍ້ານກົວຫຼາຍໄປອີກເຖິງ 3 ມື້ທຳອິດ ແລະມີອາການຄິດຫຼາຍ ເນື່ອງຈາກວ່າຕົນເອງເປັນຄົນຕ່າງປະເທດ ແຕ່ກໍຍັງຄິດຮອດຄົນຕ່າງປະເທດດ້ວຍກັນໃນ ສປປ ລາວ ໂດຍໄດ້ເລົ່າເລື່ອງລາວປະສົບການຮ້າຍເທື່ອນີ້ ໃຫ້ແກ່ກຸ່ມນັກທຸລະກິດຕ່າງຊາດດ້ວຍກັນ ໃຫ້ລະວັງຕົວເມື່ອຕ້ອງໄປຊື່ອເຄື່ອງໃນຕະຫຼາດ ແມ້ຈະເປັນ ຕະຫຼາດໃຈກາງເມືອງຢ່າງທົ່ງຂັນຄຳ ໃນເວລາທີ່ນ່າຈະມີຄວາມປອດໄພຫຼາຍກໍ່ຕາມຈາກການໄປສອບຖາມແມ່ຄ້າທີ່ຢູ່ໃນທີ່ເກິດເຫດ ໄດ້ຄວາມວ່າ: ຈຸດເກີດເຫດດັ່ງກ່າວແມ່ນມີຄົນຮ້າຍ ມັກມາກໍ່ເຫດດືງກະເປົ່າ, ສາຍຄໍ ແລະ ຊັບສິນມີຄ້າຢູ່ເປັນປະຈໍາ ໂດຍຄົນກໍ່
ເຫດຈະໃຊ້ເວລາພຽງໜ້ອຍດຽວໃນການກໍ່ເຫດ ດັ່ງນັ້ນ, ຈື່ງຢາກຝາກເຕືອນຜູ້ທີ່ອອກມາຈ່າຍຕະຫຼາດໃຫ້ມີສະຕິລະວັງຕົວຫຼາຍຂຶ້ນ ເນື່ອງຈາກວ່າເຫດການດັ່ງກ່າວໄດ້ເກີດຊໍ້າໆກັນ ເປັນເວລາຫຼາຍເທື່ອແລ້ວ ແຕ່ຍັງບໍ່ສາມາດຕິດຕາມໂຕຄົນຮ້າຍມາດຳເນີນຄະດີໄດ້ແນວໃດກໍ່ດີ ຜູ້ເຄາະຮ້າຍໄດ້ກ່າວຊົມເຊີຍຕຳຫຼວດທີ່ອອກມາເກັບກຳຂໍ້ມູນທີ່ຕະຫຼາດຢ່າງໄວ ແລະກ່າວວ່າ “ປະເທດລາວຍັງຄົງສະຫງົບ ແຕ່ຕ້ອງໄດ້ມີສະຕິຫຼາຍຂຶ້ນເມື່ອອອກຕະຫຼາດ” ແລະ ຢາກຝາກເຕືອນທຸກຄົນອີກວ່າ ຄວນຕ້ອງມີສະຕິ ເຖິງເວລາອອກໄປຈ່າຍຕະຫຼາດ ເພາະບາງເທື່ອເຮົາເພີນກັບການຊື້ຈ່າຍ ແລະ ບໍ່ທັນໄດ້ລະວັງຕົວ ຫຼື ຖ້າບໍ່ຈໍາເປັນ ແມ່ນບໍ່ໃຫ້ຖືຊັບສິນມີຄ່າໄປນໍາ ເປັນການດີທີ່ສຸດ ເພາະອາດຈະພົບເຫດການແບບຂ້າພະເຈົ້າໄດ້ເບິ່ງຈາກການກໍ່ເຫດແລ້ວ ຄົນຮ້າຍໜ້າຈະເປັນມືອາຊີບ ເຊິ່ງ
ເຈົ້າໜ້າທີ່ກໍ່ໄດ້ເຜີຍວ່າ ບໍລິເວນນີ້ ແມ່ນພົບເຫດການດັ່ງກ່າວຢູ່ຕະຫຼອດ ແລະ ຄາດວ່າຄົນຮ້າຍທີ່ກໍ່ເຫດຄັ້ງນີ້ ໜ້າຈະເປັນສະມາຊິກຂອງກຸ່ມດຽວກັນກັບຄົນຮ້າຍທີ່ກໍ່ເຫດໃນຊ່ວງບໍ່ທໍໍເດືອນທີ່ຜ່ານມາ ເຊິ່ງຍັງບໍ່ສາມາດຕິດຕາມຕົວມາດຳເນີນຄະດີໄດ້ແລະຈາກຮັບຟັງການເລົ່າປະສົບການຂອງຜູ້ເຄາະຮ້າຍ ແລະການກໍ່ເຫດກ່ອນໜ້າ ແມ່ນສາມາດສະຫຼຸບໄດ້ວ່າ:ເຫຍື້ອມັກເປັນຜູ້ຍິງ ແລະ ຢູ່ຄົນດຽວເຫຍື່ອມີຕົວນ້ອຍ ຫລື ສູງອາຍຸ ຄົນຮ້າຍຈະໃຊ້ລົດຈັກ ແລະໃສ່ໝວກກັນກະທົບຕະຫຼອດເວລາ ຄົນຮ້າຍມີຄວາມເປັນມືອາຊີບ ເນື່ອງຈາກໃຊ້ເວລາສັງເກດການ ຈັງຫວະເພື່ອຊິງຊັບ ແລະລົງມືກໍ່ເຫດ ໃນເວລາພຽງບໍ່ພໍທໍ່ໃດນາທີສຳລັບຄົນລາວ ຫາກມີໝູ່ເປັນຄົນຕ່າງຊາດ ກໍ່ຄວນເຕືອນໝູ່ໃຫ້ລະມັດລະວັງໃນການເລືອກຊື້ເຄື່ອງໃນຕະຫຼາດນຳ ເພື່ອຄວາມປອດໄພຂອງຮ່າງກາຍແລະຊັບສິນທຸກທ່ານເດີ້