ນ້ອຍຄົນນັກທີ່ຈະມີຈິດໃຈອັນຍິ່ງໃຫຍ່ ຈົນສາມາດເຮັດສິ່ງທີ່ຍິ່ງໃຫຍ່ ເພື່ອສ່ວນລວມໄດ້ ຢ່າງເຊັ່ນລຸງຄົນນີ້ທີ່ລົງມືຂຸດຄອງດ້ວຍຕົວເອງເພື່ອໃຫ້ຊາວບ້ານໃນຫມູ່ບ້ານມີນ້ຳກິນນ້ຳໃຊ້ ແມ້ຈະຕ້ອງໃຊ້ເວລາເປັນປີກໍ່ຕາມ!
ສື່ອິນເດຍເຜີຍແພ່ເລື່ອງລາວອັນຍິ່ງໃຫຍ່ຂອງລຸງທ່ານຫນຶ່ງ ຈາກຫມູ່ບ້ານໃນລັດພິຫານຂອງອິນເດຍ ທີ່ທຸກວັນເຂົາຈະລົງມືຂຸດຄອງຄວາມຍາວກວ່າ 3 ກິໂລເມດເປັນປະຈຳ ເພື່ອບ່ຽງເສັ້ນທາງເວລາຝົນຕົກໃຫ້ນ້ຳໄຫລເຂົ້າໄປເຖິງຫມູ່ບ້ານ ໂດຍລຸງໃຊ້ເວລານານເຖິງ 30 ປີກວ່າຈະຂຸດເສັດ ເພາະບໍ່ມີໃຜມາຊ່ວຍລຸງແມ້ແຕ່ຄົນດຽວ
ລຸງເລົ່າໃຫ້ຟັງວ່າ “ໃນເວລາ 30 ປີທີ່ຜ່ານມາ ລຸງຈະຍ່າງເຂົ້າໄປໃນປ່າເອົາງົວໄປກິນຫຍ້າ ແລະກໍ່ລົງມືຂຸດຄອງເອງ ເປັນຢ່າງນີ້ທຸກວັນໂດຍທີ່ບໍ່ມີໃຜມາຊ່ວຍ ເພາະຊາວບ້ານເຂົາພາກັນເຂົ້າເມືອງເພື່ອທຳມາຫາກິນ ແຕ່ລຸງຂໍຢູ່ທີ່ນີ້ແຫລະ” ຈາກທີ່ຄົນໃນຫມູ່ບ້ານພາກັນບໍ່ສົນໃຈ ຈົນຕອນນີ້ 30 ປີຜ່ານໄປລຸງກໍ່ສາມາດຂຸດຄອງໄດ້ສຳເລັດເຮັດໃຫ້ຊາວບ້ານທີ່ເຄີຍລະແວງວ່າລູງເຮັດຫຍັງ ຕໍ່ມາກໍ່ເຂົ້າໃຈເຖິງຄວາມເຫນື່ອຍທີ່ລຸງຂຸດຄອງເປັນເວລາຍາວນານກ່ວາ 30 ປີນີ້
ຫນຶ່ງໃນຊາວບ້ານເປີດເຜີຍຖຶງຄວາມໃນໃຈຕໍ່ລຸງທ່ານນີ້ວ່າ “ຄອງສາຍນີ້ຈະເກີດປະໂຫຍດແກ່ການລ້ຽງສັດເປັນຢ່າງດີໃນເລື່ອງການໃຊ້ນ້ຳ ລຸງເຂົາບໍ່ໄດ້ເຮັດເພື່ອຕົວເອງ ແຕ່ເຮັດເພື່ອທຸກຄົນໃນຫມູ່ບ້ານ” ແມ້ວ່າຜູ້ຄົນຈະເຂົ້າມາສັນລະເສີນຍົກຍ້ອງລຸງທ່ານນີ້ກັນຫຼວງຫຼາຍ ແຕ່ຄວາມຈິງກໍ່ມີຊາວເນັດບາງສ່ວນທີ່ເບິ່ງວ່າ ວຽກຂອງລຸງມັນຈະແລ້ວໄວຂຶ້ນກວ່ານີ້ ຖ້າຄົນໃນຫມູ່ບ້ານຫັນມາຊ່ວຍກັນ ບາງທີອາດຈະລຸດໄລຍະເວລາໄປໄດ້ຫລາຍສິບປີເດີພີ່ນ້ອງ.