ຮູພະຍານາກຫຼາຍຄົນຍັງບໍ່ຮູ້ ຢູ່ຫາດດອນຈັນ ສາ​ທຸໆ

ຮູພະຍານາກຫຼາຍຄົນຍັງບໍ່ຮູ້ ຢູ່ຫາດດອນຈັນ ສາ​ທຸໆ

ຂໍອະນຸຍາດແນະນຳ ຫໍພະເຈົ້າ ປູ່ສີສຸດໂທຕະນາກ (ຫໍພະຍານາກ) ເປັນຫໍເກົ່າຫໍແກ່ທີ່ສຸດ ເປັນທາງພະຍານາກທີ່ມີມາດົນນານແລ້ວ ເຊິ່ງຈະມີຫໍເກົ່າທີ່ມີມາແຕ່ດົນ ແລະ ຫໍໄຫ່ມທີ່ເພິ່ນຫາກໍ່ສ້າງຂຶ້ນມາ

ເຊິ່ງຜູ້ໃຫ່ຍແຖວນັ້ນໄດ້ບອກໄວ້ວ່າ ດ້ານຫລັງຂອງຫໍດັ່ງກ່າວ ຈະມີໂພ່ງດິນເປັນຮູຂະຫນາດໃຫ່ຍ ເຊິ່ງເປັນທາງຂອງພະຍານາກໃຊ້ຕໍ່ໄປຫາແມ່ນໍ້າຂອງ ມີພຽງຫນ້ອຍຄົນເທົ່ານັ້ນທີ່ຈະຮູ້ສະຖານທີ່ແຫ່ງນີ້ ສາທຸ

ຫໍປູ່ແຫ່ງນີ້ຕັ້ງຢູ່ໃນຂົງເຂດບໍລິເວນ ຂອງໂຮງແຮມແລນມາກ ນະ​ຄອນຫຼວງວຽງ​ຈັນ ຖ້າຂີ້ລົດເຂົ້າປະຕູໃຫ່ຍຂອງໂຮງແຮມເຂົ້າໄປແລ້ວໃຫ້ລ້ຽວຊ້າຍ ແລ້ວເຂົ້າໄປຕາມຫົນທາງ (ຖ້າບໍ່ຮູ້ສາມາດຖາມຄົນແຖວນັ້ນໄດ້) ແລ້ວຈະເຫັນບ່ອນທີ່ເພິ່ນອ້ອມຮົ້ວໄວ້ ແລ້ວຈອດລົດໄວ້ນນອກ ຢ່າງເຂົ້າໄປທາງຫລັງຮົ້ວ ແລ້ວລົງໄປກໍ່ຈະເຫັນຫໍປູ່ຢູ່ດ້ານລຸ່ມ ເບິ່ງເພີ່ມເຕີມຈາກຮູບພາບໄດ້

ຂໍຄວາມກະລຸນາທຸກທ່ານທີ່ໄປບູຊາໃຫ້ຮັກສາຄວາມສະຫງົບ ຮັກສາຄວາມສະອາດ ຮັກສາສິ່ງແວດລ້ອມຊ່ວຍກັນ ສາທຸ

ຈາກຕິດລີວິວ, ຂ່າວນະຄອນຫຼວງວຽງຈັນ

ຫໍພະເຈົ້າ ປູ່ສີສຸດໂທຕະນາກ
ຂ່າວທົ່ວໄປ