ຈັບໄດ້ແລ້ວ ຊາວຈີນ ທີ່ສໍ້ໂກງຊັບພົນລະເມືອງ ຫຼາຍຮ້ອຍລ້ານກີບ ແລ້ວລົບໜີ

ຈັບໄດ້ແລ້ວ ຊາວຈີນ ທີ່ສໍ້ໂກງຊັບພົນລະເມືອງ ຫຼາຍຮ້ອຍລ້ານກີບ ແລ້ວລົບໜີ

ລາຍງານຈາກ ຜູ້ເສຍຫາຍຊື່ Daravong Oudomsap ກໍລະນີຖືກຄົນຈີນ ຕົ້ມເງິນໄປຫຼາຍຮ້ອຍລ້ານກີບ ແລະ ໄດ້ມີການປະກາດຕາມຈັບ ໃນວັນທີ່ 20/9/2020 ຜ່ານມາ, ໃນບ່າຍວັນທີ່ 23/9/2020, ເຈົ້າໜ້າທີ່ສາມາດຈັບຕົວ ຄົນຈີນທີ່ກໍ່ເຫດໄດ້ແລ້ວ ທີ່ແຂວງຫຼວງພະບາງ.ທາງຜູ້ເສຍຫາຍສະແດງ

ຄວາມຂອບໃຈມາຍັງພົນລະເມືອງດີທີ່ຊ່ວຍສົ່ງຂໍ້ມູນ ອັນເປັນປະໂຫຍດ ຈົນນໍາໄປສູ່ການຈັບກຸມຄົນຮ້າຍທັງສອງ. ພິເສດຂອບໃຈເຈົ້າໜ້າທີ່ທີ່ປະສານງານໄວວາແລະສາມາດຈັບຄົນຮ້າຍທັງສອງ.ປະຈຸບັນ ຜູ້ຕ້ອງຫາທັງສອງແມ່ນຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ແລະຈະດໍາເນີນການສືບສວນໄປຕາມຂັ້ນຕອນກົດໝາຍຕໍ່ໄປ.

ຂ່າວກ່ອນໜ້ານີ້:ປະກາດຕາມຈັບ ຄົນຈີນ ທີ່ໂກງຊັບພົນລະເມືອງ: ຜູ່ເສຍຫາຍຊື່ Daravong Oudomsap ໄດ້ປະກາດຫາຄວາມຊ່ວຍເຫຼືອ ເພາະຖືກ

ສໍ້ໂກງຊັບ ດັ່ງນີ້:ປະກາດຕາມຫາຄົນຮ້າຍຕົ້ມຕຸນ, ໃຜທີ່ພົບເຫັນບຸກຄົນໃນຮູບ ທ້າວ Bai Yaxiong ( ເປັນນັກຕົ້ມຕຸນ ) ແລະນາງ Zhu Biyan

ເປັນຜູ້ພາຫນີ )ຜູ້ກ່ງວທັງສອງໄດ້ເອົາໂຕຫນີຈາກຕະລາດຊາງຈຽງ,ຕອນເຊົ້າເວລາ 9:30ຂອງວັນທີ່ 20/9/2020 ພັກຢູ່ໂຮງເເຮມ(ບໍ່ຊາບວ່າເເມ່ນໂຮງ

ເເຮມໃດໃນຫລວງພະບາງ ) , ຜູ້ໃດພົບເຫັນເເຈ້ງເບາະເເສຈົນສາມາດນຳຈັບໄດ້ມີລາງວັນນຳຈັບ 30 ລ້ານກີບ, ເບີໂທຕິດຕໍ່ : 02095956364 , 02099449678

ຂ່າວທົ່ວໄປ