ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຊີ້ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວເຮົາ ມີແຫຼ່ງຜະລິດໄຟຟ້າທັງໝົດ 78 ແຫ່ງ ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 52.211 ລ້ານກິໂລວັດໂມງຕໍ່ປີ, ມີໂຄງການໄຟຟ້າຖ່ານຫີນ 1
ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 6 ແຫ່ງ, ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕ່ຳ ຍາວ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ ໄດ້ສະໜອງກະແສໄຟຟ້າ ເພື່ອໃຫ້ການບໍລິການຢູ່ໃນທົ່ວສັງຄົມ ຢູ່ໃນພາກອຸດສາຫະກຳ,
ກະສິກຳ, ຊົນລະປະທານ ການລ້ຽງສັດ, ຫັດຖະກຳ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ ແລະ ຂະແໜງການອື່ນໆ. ພ້ອມນັ້ນ, ສາມາດສະໜອງໄຟຟ້າຮັບໃຊ້ໄດ້ 100% ຢູ່ທຸກເທດສະບານແຂວງ ນະຄອນຫຼວງ, ເທດ ສະບານເມືອງ ແລະ ນະຄອນ, ມີບ້ານໄດ້ຊົມໃຊ້ໄຟຟ້າທົ່ວປະເທດກວມ 93% ແລະ
ມີຄອບຄົວໄດ້ຊົມໃຊ້ໄຟຟ້າ ແບບຖາວອນແລ້ວ 95%.ທ່ານ ຈັນທະບູນ ສຸກອາລຸນ ໃຫ້ຮູ້ຕື່ມວ່າ: ລະດູຝົນການຜະລິດກະແສໄຟຟ້າ ແມ່ນໄດ້ຫຼາຍ, ສ່ວນລະດູແລ້ງ ການຜະລິດກະແສໄຟຟ້າ ແມ່ນບໍ່ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄື ຜູ້ຊົມໃຊ້ກະແສໄຟຟ້າ.