ແມ່ຄ້າອອນໄລ ຈາງຕ້າອີ້ ອະດີດນາງແບບ ຜັນຕົວໄລຂາຍເສື້ອຜ້າ 2 ຊົ່ວໂມງຄົນເບິ່ງ 9 ລ້ານຄົນ ມີຍອດຂາຍ 90 ລ້ານບາດ ຫລືຄິດເປັນ 45 ລ້ານບາດຕໍ່ຊົ່ວໂມງ ຕໍ່ຍອດສ້າງແບນຂອງຕົວເອງ ເປີດໂຮງງານອີກ ກຸນແຈສູ່ຄວາມສຳເລັດຂອງລາວຄືຫຍັງ
ແມ່ຄ້າອອນໄລ ຈາງຕ້າອີ້ (Zhang Dayi ) ສາວຈີນອາຍຸ 32 ອະດີດນັກສຶກສາດ້ານແຟຊັ່ນແລະນາງແບບ ໂດຍເຮັດວຽກໃນແວດວົງນາງແບບເສື້ອຜ້າແລະແຟຊັ່ນມານານກວ່າ 5 ປີ ກ່ອນໄດ້ຮັບການຕິດຕໍ່ງານຈາກ Feng Win ນັກທຸລະກິດດ້ານອີຄອມເມິໃຫ້ຮ່ວມກັນເປີດຮ້ານເສື້ອຜ້າອອນໄລເທິງເວັບຫລືແອບພລິເຄຊັ່ນຊ້ອບປິ້ງອອນໄລຊື່ດັງຂອງຈີນ ຢ່າງ Taobao ຂະນະດຽວກັນຊ່ວງນັ້ນເປັນຊ່ວງທີ່ສື່ໂຊຊ່ຽວມີເດຍອັນດັບຫນຶ່ງໃນຈີນ ຢ່າງ Weibo ກຳລັງເຕີບໂຕຂັ້ນສຸດ ເຮັດໃຫ້ລາວມີຈຳນວນຜູ້ຕິດຕາມພຸ່ງສູງຂຶ້ນ ປັດຈຸບັນຍອດຜູ້ຕິດຕາມ 12 ລ້ານຄົນ
ແນ່ນອນ ສ່ວນຫນຶ່ງຊື່ນຊົມຮູບຮ່າງຫນ້າຕາຄວາມງາມຂອງລາວ ອີກສ່ວນຫນຶ່ງດີໃຈໄລສະໄຕລົດນິຍົມການແຕ່ງຕົວໃຊ້ຊີວິດຂອງລາວ ສື່ຈີນວິເຄາະວ່າ ທຸກຮູບທີ່ໂພສບໍ່ແມ່ນແຄ່ການໂພສຫລິ້ນໆ ແຕ່ເບິ່ງຄືຖືກວາງແຜນມາຢ່າງດີ ຕັ້ງແຕ່ທ່າໂພສສະຖານທີ່ ເສື້ອຜ້າ ຊຶ່ງມັນຖືກຕໍ່ເນື່ອງເຂົ້າຫາກັນຢ່າງລົງຕົວ
ເມື່ອສາວໆ ຫລືຜູ້ຕິດຕາມມາເຫັນ ກໍ່ມັກເກີດຄວາມຮູ້ສຶກວ່າຢາກເປັນແບບນັ້ນດ້ວຍ ບໍ່ວ່າຈະສະຕາຍການແຕ່ງຕົວ ສະຖານທີ່ທີ່ໄປ ທ່າໂພສເກ໋ໆ ເທ່ໆ ສາວຈີນຍົກໃຫ້ລາວຄືຕົ້ນແບບຂອງແຟຊັ່ນ ເມື່ອເຮັດຕາມແລ້ວຈະບໍ່ຕົກສໍ້ ຈະໂພສທ່າໃດ ຈະຖ່າຍແບບໃດກໍ່ດີ ຊຶ່ງນຳໄປສູ່ການຊື້ເສື້ອຜ້າຂອງລາວຈົນມີຍອດຂາຍຖະລົ່ມທະລາຍໃນທີ່ສຸດ
ປົກກະຕິແມ່ຄ້າອອນໄລຈະສັ່ງສິນຄ້າມາເປັນລັອດ ໂດຍສັ່ງມາຈາກໂຮງງານ ເພື່ອໄດ້ລາຄາທີ່ຖືກ ແລ້ວຄ່ອຍເລືອກແບບທີ່ເຫມາະກັບຕົວເອງມາໃສ່ໂຊລະຫວ່າງໄລໃຫ້ລູກຄ້າເບິ່ງ ແຕ່ສຳລັບຈາງຕ້າອີ້ ເສື້ອຜ້າທຸກຕົວທີ່ລາວໄລຂາຍ ຖືກຕັດມາເພື່ອໃຫ້ເຂົ້າກັບໂຕລາວໂດຍສະເພາະ ເຮັດໃຫ້ທຸກຄັ້ງທີ່ລາວໃສ່ຄືເຫມາະເຈາະ ພໍດີກັບສັດສ່ວນຂອງລາວຢ່າງດີ ຈຶ່ງຍິ່ງເປັນການກະຕຸ້ນໃຫ້ຄົນເບິ່ງໄລຢາກໄດ້ເສື້ອຜ້າຂອງລາວຢ່າງຫລວງຫລາຍ
ຈາງຕ້າອີ້ ກ່າວວ່າ ລາວໃຫ້ຄວາມສຳຄັນກັບການສື່ສານທີ່ມີການປະຕິສຳພັນກັນ ດ້ວຍຄຳເວົ້າທີ່ເວົ້າຂະນະໄລ ເຊັ່ນ “ຂ້ອຍເວົ້າວ່າຊຸດນີ້ງາມຫລາຍ” ຖ້າຄົນເບີ່ງຮູ້ສຶກບໍ່ງາມກໍ່ຈະບໍ່ໂຕ້ຕອບ ແຕ່ຖ້າຂ້ອຍເວົ້າວ່າ “ເຈົ້າຄິດແນວໃດກັບຊຸດນີ້” ຈະມີຄົນເຂົ້າມາສະແດງຄວາມຄິດເຫັນເລີຍ ຫລືແທນທີ່ຈະເວົ້າວ່າ “ຂ້ອຍວ່າລິບສະຕິກສີນີ້ງາມ” ໃຫ້ເວົ້າວ່າ “ເຈົ້າມັກລິບສະຕິກສີໃດບໍ່”
ລາວຍັງກ່າວອີກວ່າ ລາວບໍ່ຄິດວ່າແຟນຄລັບຫລືລູກຄ້າຊື່ນຊອບລາວເພາະສະໄຕການແຕ່ງຕົວຂອງລາວ ແຕ່ຊື່ນຊົມທັດສະນະແລະຄຸນຄ່າວິທີການສື່ສານຂອງລາວ
ສື່ຈີນລາຍງານ ສະຖິຕິຍອດຂາຍຂອງຈາງຕ້າອີ້ເມື່ອປີ 2016 ວ່າ ລາວໄລຂາຍເສື້ອຜ້າພາຍໃນເວລາພຽງ 2 ຊົ່ວໂມງ ມີຄົນເຂົ້າມາເບິ່ງເຖິງ 900,000 ຄົນ ເຮັດໃຫ້ຍອດຂາຍໄດ້ສູງເຖິງ 90 ລ້ານບາດ ຫລືປະມານ 45 ລ້ານບາດຕໍ່ຊົ່ວໂມງ
ແລະໃນປີຕໍ່ມາ ຫລັງຈາກລາວປະສົບຄວາມສຳເລັດຈາກການໄລຂາຍເສື້ອຜ້າລາວໄດ້ເປີດຊ່ອງທາງການຂາຍຜ່ານເວັບໄຊທີ່ສອງ ພ້ອມອອກແບບເສື້ອຜ້າແຟຊັ່ນແລະເຄື່ອງສຳອາງເປັນແບນຂອງຕົວເອງ ຊຶ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ເພາະຫລັງຈາກທີ່ປະກາດຂາຍລິບສະຕິກ 20,000 ອັນ ກໍ່ຂາຍຫມົດພາຍໃນເວລາພຽງ 2 ຊົ່ວໂມງ ຕາມມາດ້ວຍຍອດການສັ່ງຊື້ເສື້ອຜ້າຢ່າງຫຼວງຫຼາຍມະຫາສານ ຈົນຕ້ອງເປີດໂຮງງານຕັດຫຍິບ ພ້ອມຈ້າງຄົນງານອີກກວ່າ 100 ຄົນ ໂດຍມີການປະເມີນວ່າ ລາຍໄດ້ຕໍ່ປີຂອງລາວສູງເຖິງປີລະ 1,500 ລ້ານບາດ