ເມື່ອເວລາ 14.00 ນ. ວັນທີ່ 28 ຕຸລາ. ນ.ສ.ມົດ (ຊື່ສົມມຸດ) ແຟນສາວຂອງ ທ້າວໂຈມ ຫນຶ່ງໃນຜູ້ທີ່ໄດ້ຮັບບາດເຈັບ ທີ່ອ້າງວ່າ ທ້າວອະພິລັກ ຊັນຊະອານົນ ອາຍຸ28 ປີ ຫລື ເສ່ຍໂປ້ ຍິງ ເປິດໃຈກັບ ‘ ຂ່າວສົດອອນໄລ‘ ເຖິງກໍລະນີທີ່ເກີດຂຶ້ນ
ນ.ສ.ມົດ ກ່າວວ່າ ຕົນຮູ້ມາວ່າ ລຸ່ນນ້ອງຂອງຕົນມີປັນຫາກັບ ບຸ໊ກ ນ້ອງຂອງເສ່ຍໂປ້ ຈາກນັ້ນ ດ້ານເສ່ຍໂປ້ເອງ ກໍ່ເປັນຄົນນັດໃຫ້ທັ້ງສອງຄົນມາພົບກັນແບບຕົວຕໍ່ຕົວ ຊຶ່ງ ທ້າວໂຈມ ແຟນຂອງຕົນກໍ່ໄປເບິ່ງ ຕອນນັ້ນ ທັ້ງສອງຝ່າຍກໍ່ແກ້ເສື້ອແລ້ວ ແຕ່ຍັງບໍ່ທັນທີ່ຈະຕີກັນເລີຍ ຫນຶ່ງໃນກຸ່ມຂອງ ເສ່ຍໂປ້ ກໍ່ຮ້ອງແລະຍົ່ວະອາລົມກັນ ແລ້ວຈາກນັ້ນ ສຽງປືນກໍ່ດັງຂຶ້ນຈາກຂ້າງຫລັງ ຄົນທີ່ຢູ່ໃນເຫດການ ກໍ່ຫລົບກັນ ກຸ່ມຂອງເສ່ຍໂປ້ເອງ ກໍ່ແຫວກທາງໃຫ້ ເຮັດໃຫ້ທຸກຄົນເຫັນວ່າ ເສ່ຍໂປ້ ເປັນຄົນຢິງປືນມາຈາກຂ້າງຫລັງ ແລ້ວຕອນນັ້ນ ແຟນຂອງຕົນກໍ່ຖືກຍິງທີ່ກົ້ນ ໄດ້ຮັບບາດເຈັບ ຈາກນັ້ນ ໃນລະຫວ່າງທີ່ຫນີ ເສ່ຍໂປ້ ກໍ່ຍິງອີກ ເຮັດໃຫ້ອີກ 1 ຄັນໄດ້ຮັບບາດເຈັບ ຖືກຍິງທີ່ຄໍ ຕອນນັ້ນແຕ່ລະຄົນກໍ່ຮີບພາກັນໄປສົ່ງໂຮງພະຍາບານ
ທຸກຄົນທີ່ຢູ່ໃນເຫດການ ຢືນຢັນວ່າຄົນທີ່ຍິງເປັນເສ່ຍໂປ້ແທ້ ໆ ທາງດ້ານ ຈີ້ ເອື້ອຍຂອງແຟນຕົນ ກໍ່ເລີຍໂທໄປຖາມເລື່ອງທີ່ເກີດຂຶ້ນ ວ່າຈະຍິງເຮັດຫຍັງ ດ້ານເສ່ຍໂປ້ ບອກວ່າ ບໍ່ໄດ້ເປັນຄົນຍິງ ຖ້າຈະມາຫາກ້ອງວົງຈອນປິດບໍ່ມີໃຫ້ດອກ ເພຣາະວ່າທີ່ນັ່ນຄືຖິ່ນຂອງເຂົາ ແລະຫລັງຈາກທີ່ເກີດເລື່ອງ ທາງດ້ານຂອງກຸ່ມແຟນຕົນ ໄດ້ລົມກັບເຈົ້າຫນ້າທີ່ຕຳລວດ ໃນທີ່ເກີດເຫດ ເຂົາກໍ່ມີທ່າທີບໍ່ຢາກໃຫ້ຝ່າຍເຮົາຜະເຊິນຫນ້າກັບ ບຸ໊ກ ນ້ອງຂອງເສ່ຍໂປ້ດ້ວຍ ເຮົາກໍ່ກັງວົນວ່າຈະບໍ່ໄດ້ຮັບຄວາມເປັນທຳ”
ເບື້ອງຕົ້ນ ຕອນນີ້ ຄົນທີ່ຖືກຍິງທັ້ງສອງຄົນຮັກສາຕົວຢູ່ທີ່ ຫ້ອງໄອຊີຢູ ໂຮງພະຍາບານສິຣິລາດ ອາການປອດໄພແລ້ວ ແຕ່ຕ້ອງເຝົ້າເບິ່ງອາການແຊກຊ້ອນອີກ ທັ້ງນີ້ ຈຶ່ງຢາກຝາກບອກເສ່ຍໂປ້ວ່າ ຖ້າຫາກເຮັດຈິງ ກໍ່ໃຫ້ອອກມາຍອມຮັບແບບລູກຜູ້ຊາຍ
ຂະນະທີ່ຜູ້ສື່ຂ່າວລາຍງານວ່າ ພ.ຕ.ອ.ລືສັກດິ ດຳເນີນສວັສດິ ຜກກ.ສນ.ພາສີຈະເລີນ ໄດ້ເດີນທາງມາຫາ ນ.ສ.ມົດ ເພື່ອເຊີນໄປສອບປາກຄຳກ່ຽວກັບລາຍລະອຽດຂອງຄະດີທີ່ ສນ.ພາສີຈະເລີນດ້ວຍ