ຂ່າວຮ້ອນໃນມື້ນີ້ ວັນທີ 12 ມິຖຸນາ 2020, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີອອກແຈ້ງການໃຫ້ຄົ້ນຄົ້ວ ແລະ ປັບປຸງຄ່າໄຟຟ້າເຫັນວ່ານໍ້າມືກຍັງບໍ່ແຫ້ງ ທັນໃດນັ້ນ ຜູ້ອໍານວຍການລັດວິສາຫະກິດໄຟຟ້າຖືກສັ່ງປົດແບບສາຍຟ້າແມບ ເຊິ່ງອັນເປັນຜົນສືບເນື່ອງມາຈາກຄ່າກະແສໄຟຟ້າແພງເກີນເຫດກາຍເປັນປະເດັນໂຟດເດືອດໃນສັງຄົມ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ, ລັດຖະກອນ-ພະນັກງານ, ຕໍາຫລວດ ແລະ ທະຫານ.
ຂໍສະແດງຄວາມຊົມເຊີຍພັກ-ລັດຖະບານຢ່າງສຸດໃຈໃນຄວາມເອົາໃຈໃສ່ ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າເພື່ອແກ້ໄຂບັນຫາເຫລົ່ານັ້ນໃຫ້ເບົາບາງລົງ.