ປັນຫາການໃຊ້ຄວາມຮຸນແຮງໃນຄອບຄົວຍັງຄົງເປັນປັນຫາທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ຜົນກະທົບທີ່ຕາມມາມີທັ້ງບາດເຈັບທາງຮ່າງກາຍ ຊັບສິນ ຫນັກຈົນເຖິງຂັ້ນເສຍຊີວິດ ເຫມືອນຢ່າງເລື່ອງໜ້າເສົ້ານີ້
ຊື່ລາມູ ສາວຊາວຈີນທີ່ສ້າງຊື່ສຽງຈາກການຖ່າຍກ່ຽວກັບໄລສະໄຕຂອງຕົນເອງ ແຊຈົນມີຜູ້ຕິດຕາມຈ່ຳນວນຫລາຍເຖິງ 800,000 ຄົນ ບອກເລົ່າຊີວິດແລະເລື່ອງລາວການອາໄສຢູ່ໃນທິເບດ ໂດຍແຟນຄລັບມັກຈະໄດ້ເຫັນລາວໃນຊຸດພື້ນເມືອງຊາວທິເບດພ້ອມຮ້ອງເຕັ້ນຕ່າງໆ ແຕ່ໃນອີກມຸມຫນຶ່ງນັ້ນແຟນຄລັບກໍ່ຮູ້ເປັນຢ່າງດີວ່າ ລາວມັກຖືກແຟນຫນຸ່ມທຳຮ້າຍຮ່າງກາຍມາຕະຫລອດ ຈົນນຳໄປສູ່ການຟ້ອງຢ່າເພື່ອໃຫ້ລອດພົ້ນຈາກຄວາມຮຸນແຮງທີ່ລາວປະສົບພົບຢູ່ນັ້ນ
ແຕ່ເລື່ອງລາວຍັງບໍ່ຈົບ ເພາະມັນໄດ້ນຳໄປສູ່ເຫດການເສົ້າສະລົດໃນເວລາຕໍ່ມາ ໂດຍໃນວັນທີ່ 14 ກ.ຍ. ທີ່ຜ່ານມາ ຂະນະທີ່ລາວກຳລັງໄລສົດໃຫ້ແຟນຄລັບຢູ່ນັ້ນ ຢູ່ໆອະດີດແຟນໜຸ່ມຂອງລາວໄດ້ບຸກເຂົ້າມາໃນບ້ານ ຈັບລາວມັດເອົານ້ຳມັນຖອກຫົດໄປທັ້ງຕົວແລ້ວຈຸດໄຟເຜົາລາວທັ້ງເປັນ ໃນເວລານັ້ນແຟນຄລັບໃນໄລສົດຍັງໄດ້ຍິນສຽງລາວຮ້ອງດ້ວຍຄວາມເຈັບປວດຢ່າງແສນສາຫັດ ລາມູຖືກນຳສົ່ງໂຮງພະຍາບານຢ່າງຮີບດ່ວນເພື່ອຢື້ຊີວິດໄວ້ໃຫ້ລອດ ແຕ່ໝໍຜູ້ຮັບຜິດຊອບໄດ້ບອກວ່າຮ່າງກາຍຂອງລາວໄໝ້ໄປຈົນ 90% ທີ່ປິ່ນປົວໄດ້ຄືຮັກສາຕາມອາການເທົ່ານັ້ນ
ຕໍ່ມາລາມູທົນທຸກຢູ່ເທິງຕຽງຜູ້ປ່ວຍສຸກເສີນຍາວນານກວ່າ 2 ອາທິດກ່ອນລາວຈະສິ້ນລົມໄປຢ່າງໜ້າເສົ້າໃນມື້ວັນທີ່ 30 ກ.ຍ. ທີ່ຜ່ານມາ ທີ່ໜ້າສະເທືອນໃຈໄປກວ່ານັ້ນຄືບໍ່ມີຂ່າວຄາວຫລືລາຍລະອຽດຂອງອະດີດແຟນຫນຸ່ມຜູ້ກໍ່ເຫດເລີຍແມ້ແຕ່ນ້ອຍ
ທາງແຟນຄລັບຂອງລາມູໄດ້ຮຽກຮ້ອງໃຫ້ມີການດຳເນີນຄະດີກັບອະດີດແຟນຫນຸ່ມຄົນນີ້ໃຫ້ເຖິງທີ່ສຸດ ກໍ່ຄືໂທດປະຫານຊີວິດຢ່າງເລ່ງດ່ວນ.