ວັນທີ່ 7/10/2020 ທີ່ນະຄອນຫຼວງວຽງຈັນ ຈາກຜູ້ໃຊ້ເຟສບຸກຄົນໜື່ງໄດ້ໂພສວ່າ “ຂໍແຊປະສົບການ ບໍ່ຄິດບໍ່ຝັນວ່າສິເກີດຂື້ນກັບໂຕເອງ ປ່ອນຫມູມາເປັນປີ ກຳລັງວ່າສິປ່ອນອີກ ມາສັ່ນເບີ່ງຄືວ່າເບົາໆ ຄືບໍ່ມີເງິນ ກໍ່ເລີຍຕັດສິນໃຈທຸບ ປາກົດວ່າມີເງິນ 37,000 ກີບໄວ້ໃຫ້ເບີ່ງຕ່າງຫນ້າ ໃນກະປຸກອອມສິນໂຕຫມູ ມີເງິນປະມານ 3-4 ລ້ານ ເງິນເດືອນອອກທຸກເດືອນປ່ອນ 2 ແສນເງິນຄອມອອກກະປ່ອນອີກໄດ້ເງິນພິເສດຫຍັງກະປ່ອນ ແມ້ແຕ່ເງິນຊໍ່ດອກໄມ້ທີ່ແຟນໃຫ້ວັນວາເລັນທາຍກະຍັງເອົາມາປ່ອນ
ຄວາມວ່າຢາກເກັບຢາກທ້ອນ ເສຍໃຈເດ້ ຄົນມັນສິລັກມັນກະຈອບແຕ່ສິລັກຂອງຄົນອື່ນ ບໍ່ຮູ້ຈັກເຮັດຈັກຫາ ຈັ່ງແມ່ນຊາດວ່າບໍ່ມີປັນຍາ ຫ້ອງກະບໍ່ໄດ້ຖືກງັດຫຍັງ ຄືສິບໍ່ແມ່ນຄົນອື່ນຄົນໄກດອກເບີ່ງນິ ສາທຸເດີ ໃຜທີ່ລັກເອົາໄປແລ້ວ ຂໍໃຫ້ຊີວິດມັນລົ້ມຈົມ ຂໍໃຫ້ມັນບໍ່ມີທີ່ຢືນໃນສັງຄົມ ໄປໃສຄົນກໍ່ລັງກຽດ ຈິບຫາຍວາຍວ້ອດ ຫາຫຍັງກະບໍ່ຂື້ນບໍ່ເກີນ ຂໍໃຫ້ມັນຈິບຫາຍ ເຄາະເຂັນເວນຮ້າຍທຸກຢ່າງຂອງຂະນ້ອຍຂໍໃຫ້ໄປນຳເງິນທີ່ຢູ່ໃນຫມູນັ້ນໃຫ້ຫມົດເດີ ຂໍໃຫ້ຫມົດຂະນ້ອຍຫມົດເວນຫມົດກຳ ຖືວ່າເສຍເຄາະເສຍເຂັນ ຈະເກັບໄວ້ຊື້ແຫວນແຕ່ງງານບໍ່ມີແລ້ວ”