ກາຍເປັນປະເດັນສຸດຮ້ອນແຮງໄປຢ່າງໄວວາ ເມື່ອຍິງສາວອາຍຸ 28 ປີ ຊຶ່ງເປັນຜູ້ປ່ວຍໂຄວິດ-19 ຄົນທຳອິດທີ່ເຂົ້າຮັບການປູກຖ່າຍປອດ ເມື່ອຟື້ນຂຶ້ນມາແລ້ວຈື່ຮ່າງກາຍຕົວເອງບໍ່ໄດ້ອີກຕໍ່ໄປ!
ສຳນັກຂ່າວ DailyMail ລາຍງານຂ່າວວ່າ ໄມຣ່າ ຣາມິເຣຊ ໄດ້ຕັ້ງໂຕະຖະແລງຂ່າວເມື່ອວັນພະຫັດທີ່ຜ່ານມາ ຄຽງຄູ່ກັບໄບອັນ ຄຸນ ອາຍຸ 62 ປີ ຊຶ່ງເປັນຜູ້ປ່ວຍໂຄວິດ-19ຄົນທີ່ສອງທີ່ໄດ້ຮັບການປູກຖ່າຍປອດຕໍ່ຈາກ ໄມຣ່າ ໄດ້ເລົ່າວ່າລາວເຂົ້າກະບວນການຜ່າຕັດປູກຖ່າຍປອດ ຢູ່ໂຮງພະຍາບານນອດເວສເທິນ ເມມໂມເລີນ ໃນຊິຄາໂກເມື່ອວັນທີ່ 5 ມິນາ. ທີ່ຜ່ານມາ ແລະບໍ່ຟື້ນຂຶ້ນມາອີກເລີຍຈົນກະທັ້ງເມື່ອອາທິດທີ່ແລ້ວ
ໄມຣ່າ ເລົ່າຄວາມຮູ້ສຶກທຳອິດທີ່ຟື້ນຂຶ້ນມາວ່າ “ຂ້ອຍເບີ່ງເຮືອນຮ່າງຕົວເອງແລະກໍ່ໄດ້ປະຫລາດໃຈວ່າເປັນຫຍັງຂ້ອຍຈຶ່ງຈື່ືືຕົວເອງບໍ່ໄດ້ ຂ້ອຍຄິດຫຍັງບໍ່ອອກເລີຍວ່າ ຈະສັ່ງການຮ່າງກາຍຢ່າງໃດ ທີ່ພໍຈະນຶກອອກຄືຂ້ອຍຢາກກິນນ້ຳ” ນອກຈາກຮ່າງກາຍຕົວເອງແລ້ວ ໄມຣ່າ ຍັງບໍ່ສາມາດຈື່ພໍ່ແມ່ ຄົນໃນຄອບຄົວລາວໄດ້ເລີຍຕອນທີ່ພະຍາບານນຳຮູບພວກເຂົາມາກາງເທິງຕຽງໃຫ້ລາວເບິ່ງ
ຕອນນີ້ ໄມຣ່າ ເວົ້າວ່າລາວກຳລັງຕໍ່ສູ້ກັບສະພາບຈິດໃຈທີ່ເຈັບປວດທີ່ສຸດ ຂະນະທີ່ຢູ່ໃນເຄື່ອງຊ່ວຍຫາຍໃຈມາຍາວນານຫລາຍສັປດາ ເພາະຕອນນີ້ລາວບໍ່ອາດແຍກຝັນຮ້າຍກັບຄວາມເປັນຈິງອອກໄດ້ ແມ້ສະພາບຮ່າງກາຍຈະຄ່ອຍໆຟື້ນຂຶ້ນແລ້ວກໍ່ຕາມ ແຕ່ສະພາບຈິດໃຈຂອງລາວຈຳຕ້ອງການຢຽວຢາໄລຍະຍາວ ຢ່າງໃດກໍ່ຕາມລາວກໍ່ຍັງມີກຳລັງໃຈອັນດີຢ້ຽມຈາກຄົນອ້ອມຂ້າງ ພ້ອມທັ້ງເຕືອນເຖິງຄວາມໜ້າຢ້ານຂອງເຊື້ອໄວຣັສໂຄວິດ-19 ນີ້ວ່າມັນບໍ່ແມ່ນເລື່ອງຫລິ້ນໆເລີຍແມ້ແຕ່ນ້ອຍ ໃຫ້ຮັກສາສຸຂພາບ ຫມັ່ນລ້າງມືສວມຫນ້າກາກ ແລະຫລີກລ້ຽງສະຖານທີ່ສ່ຽງຈະເປັນການດີທີ່ສຸດ…