ສະພາບການນຳ້ຖ້ວມເທດສະບານເມືອງໄຊຍະບູລີ ແຂວງໄຊຍະບູລີ ຂອງຕອນແລງ ວັນທີ 03 ສິງຫາ 2020 ເວລາ 17:30 ໂມງ ຂໍໃຫ້ຜູ້ປະສົບໄພ ຈົ່ງເຂັ້ມແຂງແລະມີກຳລັງໃຈໃນວິກິດການຄັ້ງນີ້ ເດີ ຮ່ວມເປັນກຳລັງໃຈຕ້ານອຸທົກກະໄພ ພາຍຸປະຈຳປີໄດ້ພັດຜ່ານ ແລະ ເຮັດໃຫ້ລະດັບນໍ້າຮຸ່ງຂຶ້ນສູງຫຼາຍ ທີ່ຮອງຮັບນໍ້າປ່າໄຫຼຫຼາກ ພ້ອມດ້ວຍມວນນໍ້າຈາກຈັງຫວັດເລີຍ ປະເທດໄທ
ໄດ້ເຮັດໃຫ້ບາງຈຸດລົ້ນອອກຈາກຝັ່ງແລ້ວ, ເຕືອນໃຫ້ພໍ່ແມ່ປະຊາຊົນທີ່ຢູ່ເຂດສ່ຽງໄພນໍ້າຖ້ວມ ໃຫ້ມ້ຽນເຄື່ອງຂອງຂຶ້ນໄວ້ທີ່ສູງ ເມືອງບໍເຕັນ ເມືອງເງິນ ແລະ ເມືອງໄຊຍະບູລີ ແຂວງໄຊຍະບູລີ ສປປລາວ. ຈາກອິດທິພົນຂອງພາຍຸຊິນລາກູ ທີ່ມີຝົນຕົກຕິດຕໍ່ກັນທັງເວັນ-ທັງຄືນ ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳຮຸ່ງຂຶ້ນລົ້ນຝັ່ງ ເຂົ້າຖ້ວມຫຼາຍຈຸດໃນແຂວງໄຊຍະບູລີເຊັ່ນເມືອງເງິນ, ເມືອງບໍ່ແຕນ ລວມທັງເທດສະບານເມືອງໄຊຍະບູລີ.
ເຊິ່ງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະດແມ່ນຄະນະກຳມະການຕ້ານ ແລະ ສະກັດກັ້ນໄພພິບັດຂອງເມືອງ ໄດ້ເລັ່ງໃຫ້ການຊ່ວຍເຫຼືອຂົນຍ້ານວັດຖຸສິ່ງຂອງ ແລະ ສັດລ້ຽງຂອງປະຊາຊົນອອກຈາກເຂດທີ່ປະສົບໄພນ້ຳຖ້ວມ. ໃນດ້ານຂອງກົມອຸຕິນິຍົມ ແລະ ອຸທົກະສາດແຈ້ງວ່າ ລົມມໍລະສຸມຕາເວັນຕົກສຽງໃຕ້ຍັງມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ
ເຊິ່ງຈະເຮັດໃຫ້ຝົນສືບຕໍ່ຕົກໜັກຢູ່ແຂວງບໍ່ແກ້ວ, ໄຊຍະບູລີ, ວຽງຈັນ ແລະ ບໍລິຄຳໄຊ, ສ່ວນພາກໃຕ້ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດໃນໄລຍະວັນທີ 04 ຫາ 09 ສິງຫາ 2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ລະບຸວ່າ:
ໃນໄລຍະວັນທີ 04 ຫາ 05 ສິງຫາ 2020 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເຫນືອຂອງປະເທດ ລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າ ເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ. ຈາກນັ້ນວັນທີ 06 ຫາ 09 ສິງຫາ 2020
ລົມມໍລະ ສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງປານກາງ ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກຫນັກ ຢູ່ບາງທ້ອງຖິ່ນແຂວງພາກເຫນືອ ລົງຫາພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.