ຫຼັງຈາກທີ່ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບັນດາສາຍການບິນຕ້ອງລະງັບການອອກເດີນທາງ ເນື່ອງຈາກມີຄວາມສ່ຽງສູງໃນການຕິດເຊື້ອລະຫວ່າງຜູ້ໂດຍສານ ອີກຢ່າງຜູ້ເດີນທາງກໍ່ນັບມື້ຫຼຸດໜ້ອຍຖອຍລົງ ປະຊາຊົນຄົນໃດກໍ່ເປັນຫ່ວງເຊື້ອພະຍາດ ເຮັດໃຫ້ການປະກອບທຸລະກິດບໍ່ກຸ້ມທຶນຕ້ອງຢຸດການໃຫ້ບໍລິການມາຫຼາຍເດືອນຈົນບັດນີ້ ສປ ຈີນຈ່ິງເປັນໃຫ້ພຽງ 3 ສາຍການບິນສາມາດອອກບິນໄດ້ໃນນັ້ນລວມທັງການບິນລາວນຳ.
ເຈົ້າໜ້າທີ່ຄວບຄຸມການບິນພົນລະເຮືອນຂອງຈີນກ່າວໃນວັນທີ 17 ກໍລະກົດຜ່ານມາວ່າ: ທາງການຈີນໄດ້ພິຈາລະນາໃຫ້ 3 ສາຍການບິນນານາຊາດສາມາດເພີ່ມຈຳນວນຖ້ຽວບິນລະຫວ່າງຊາດໄດ້ ເພື່ອອຳນວຍຄວາມສະດວກແກ່ຜູ້ທີ່ມີຈຸດປະສົງເດີນທາງລະຫວ່າງລາວ-ຈີນ, ຍີ່ປຸ່ນ ໃນນັ້ນມີ ສາຍການບິນຍີ່ປຸ່ນ, ສາຍການບິນລາວ, ແລະ ສາຍການບິນ Hainan ໄດ້ຮັບອະນຸຍາດໃຫ້ເພີ່ມຈຳນວນຖ້ຽວບິນລະຫວ່າງປະເທດເນື່ອງຈາກມີມາດຕະການຄວບຄຸມ COVID-19 ທີ່ມີປະສິດຕິຜົນ.
ໃນນີ້ທາງການຈີນໄດ້ໃຫ້ເພີ່ມຖ້ຽວບິນ JL829/0 ລະຫວ່າງໂຕກຽວ-ຕ່າລຽນ, ຖ້ຽວບິນ QV815/6 ຈາກວຽງຈັນ-ຄຸນໝິງ,ຖ້ຽວບິນ HU491/2 ຈາກປັກກິ່ງ-ບຣູເຊວ ແລະຖ້ຽວບິນ HU7975/6 ຈາກປັກກິ່ງ-ໂຕຣອນໂຕ ເປັນ 1-2 ຖ້ຽວຕໍ່ອາທິດ ແຕ່ນີ້ຮອດວັນທີ 24 ຕຸລາ 2020.
ສຳລັບສາຍການບິນລາວ ແລະຍີ່ປຸ່ນແມ່ນເປັນສອງສາຍການບິນຂອງຕ່າງປະເທດທຳອິດທີ່ ສປ ຈີນພິຈາລະນາໃຫ້ຜ່ານນ່ານຟ້າເຂົ້າສູ້ດິນແດນຂອງ ສປ ຈີນ, ແຕ່ທັ້ງນີ້ທຳອິດແມ່ນຈະເປີດເປັນອາທິດລະຖ້ຽວກ່ອນ ຫຼັງຈາກນັ້ນບິນໄປ 3 ອາທິດຖ້າຜູ້ໂດຍສານທຸກຄົນຢູ່ໃນຄວາມປອດໄພບໍ່ມີກໍລະນີຕິດເຊື້ອພະຍາດ ຈິ່ງອະນຸຍາດໃຫ້ເພີ່ມເປັນ ສອງຖ້ຽວຕໍ່ອາທິດສຳລັບແຕ່ລະສາຍການບິນ.
ໃນກໍລະນີທີ່ຜູ້ໂດຍສານທີ່ເດີນທາງເຂົ້າມາກວດພົບການຕິດເຊື້ອ 5 ກໍລະນີ ແມ່ນສາຍການບິນນັ້ນໆຈະຖືກໂຈະການບິນເປັນເວລາ 1 ອາທິດ ແລະຖ້າພົບ 10 ຄົນກໍ່ຈະຖືກໂຈະການບິນເປັນເວລາ 4 ອາທິດຕາມລຳດັບ, ຂໍ້ມູນຈາກເຈົ້າໜ້າທີ່ຄວບຄຸມການບິນພົນລະເຮືອນຂອງຈີນລະບຸຕື່ມ.