ຄວາມເຊື່ອແຕ່ບູຮານ ຂໍ້ຫ້າມໃນການສ້າງເຮືອນ ເພື່ອຄວາມຢູ່ເຢັນເປັນສຸກໃນເຮືອນ

ຄວາມເຊື່ອແຕ່ບູຮານ ຂໍ້ຫ້າມໃນການສ້າງເຮືອນ ເພື່ອຄວາມຢູ່ເຢັນເປັນສຸກໃນເຮືອນ

ຄວາມເຊື່ອແຕ່ບູຮານ  25 ຂໍ້ຫ້າມໃນການສ້າງເຮືອນ ເພື່ອຄວາມຢູ່ເຢັນເປັນສຸກໃນເຮືອນ

1. ຫ້າມບໍ່ໃຫ້ເຮັດປ່ອງກາງບ່ອນນອນ 2. ຫ້າມບໍ່ໃຫ້ຂື່ໃຫຍ່ກວ່າເສົາເຮືອ 3. ຫ້າມບໍ່ໃຫ້ເຮັດເຮືອນກວມຕົ້ນໄມ້
4. ບໍ່ຄວນເຮັດເຮືອນແບບວໍສານພະພູມ ມີ 2 ຫ້ອງ ມີຝາ 1 ຫ້ອງບໍ່ມີຝາ 1 ຫ້ອງ   5. ບໍ່ຄວນສ້າງບ້ານມີລະບຽງ 4 ດ້ານຄືກັບສາລາການປຽນ

6. ຫ້າມເຮັດເຮືອນຂວາງຕາເວັນ
7. ຫ້າມເຮັດເຮືອນຂວາງຄອງ
8. ຫ້າມເຮັດເຮືອນມີ 4 ຈົ່ວ
9. ເຮືອນຫຼັງໜຶ່ງເຮັດປະຕູ 4 ແຫ່ງ ປ່ອງຢ້ຽມ 9 ແຫ່ງ ປະຕູບໍ່ຢູ່ກາງເຮືອນ

10. ຈໍານວນຂັ້ນໃດຫ້າມໃຊ້ຈໍານວນຄູ່ 11. ຂັ້ນໄດບໍ່ລົງທາງທິດຕາເວັນຕົກ 12. ບໍ່ຫັນຫົວຕຽງທາງທິດຕາເວັນຕົກ
13. ບໍ່ນອນຂວາງກະດານ 14. ບໍ່ເຮັດນໍ້າພຸນໍ້າຕົກໄຫຼເຂົ້າໂຕເຮືອນ 15. ບໍ່ເຮັດທາງລອດລຸ່ມຫ້ອງນໍ້າ

16. ບໍ່ເຮັດອາຄານພັກອາໄສເປັນຮູບໂຕ “T”
17. ບໍ່ເຮັດເຮືອນທະລຸໜ້າໝົດຫຼັງ ຖືເປັນເຮືອນ “ເອິກແຕກ”
18. ບໍ່ເຮັດພູຈໍາລອງໄວ້ໃນເຮືອນ
19. ບໍ່ເຮັດທາງເຂົ້າອອກຄູ່ໄວ້ຕອນມຸມຂອງທີ່ດິນ ທີ່ທາງສາມແພຣກຫຼືສີ່ແຍກ
20. ຫ້າມໃຊ້ຊໍ່ຟ້າ ໃບຣະກາ ເຄື່ອງວັດ ເຄື່ອງຫຼວງ ເປັນສ່ວນປະກອບຂອງບ້ານ

21. ຫ້າມເຮັດເຮືອນກວມຕໍໄມ້
22. ຫ້າມຕັ້ງສານພະພູມກ້ອງເຮືອນເງົາ
23. ຫ້າມເຮັດຂັ້ນໄດວຽນຊ້າຍຂວາຂື້ນ
24. ຫ້າມມີສັດຕົກຕາຍໃນຫຼຸມຕໍມໍ
25. ຫ້າມເຮັດເຮືອນທີ່ມີຖະໜົນລ້ອມຮອບທັງສີ່ດ້ານ.

ຂ່າວທົ່ວໄປ