ເດັກຍິງອາຍຸ14ປີ ພົບຫົນທາງຮັກສາໂຄວິດ ຊະນະລາງວັນນັກວິດທະຍາສາດ ລຸ່ນເຍົາວະຊົນ

ເດັກຍິງອາຍຸ14ປີ ພົບຫົນທາງຮັກສາໂຄວິດ ຊະນະລາງວັນນັກວິດທະຍາສາດ ລຸ່ນເຍົາວະຊົນ

ເດັກຍິງອາຍຸ14ປີ ພົບຫົນທາງຮັກສາໂຄວິດ – ຊີເອັນເອັນລາຍງານວ່າ ຂະນະທີ່ນັກວິດທະຍາສາດທົ່ວໂລກຕ່າງເລັ່ງຄົ້ນຄວ້າຫາວິທີການຮັກສາໂລກໂຄວິດ-19 ເດັກຍິງອາຍຸ 14 ປີ ເປັນຫນຶ່ງໃນນັ້ນ

ອະນິກາ ໂຊໂບນລູອາຍຸ 14 ປີ ຈາກເມືອງຟຣິສໂກ ລັດເທັກຊັດ ສະຫະລັດອະເມລິກາ ຊະນະລາງວັນ 3M ນັກວິທະຍາສາດລຸ່ນເຍົາວະຊົນປີ 2020 ໄດ້ລາງວັນເປັນເງິນ 25,000 ດອນລາສະຫະລັດ ຫລືປະມານ 782,500 ບາດ ຈາກຜົນງານຄົ້ນພົບການຮັກສາໂລກໂຄວິດ-19

ອະນິກາຊະນະລາງວັນວັດຕະກຳຈາກການໃຊ້ຄອມພິວເຕີຄຳນວນຂໍ້ມູນແລະພົບວ່າໂມເລກຸນຕັ້ງຕົ້ນເລືອກຈັບກັບໂປຕີນຫນາມຂອງໄວຣັສ SARS-CoV-2 virus ຫລືໄວລັດໂຄໂຣນາສາຍພັນໃຫມ່ໄດ້

ນັກວິດທະຍາສາດອາຍຸ 14 ປີ ກ່າວວ່າໃນຊ່ວງ 2 ວັນສຸດທ້າຍ ຕົນເຫັນສື່ປະໂຄມຂ່າວໂຄງງານວິໄຈຂອງຕົນກ່ຽວກັບໄວລັດ SARS-CoV-2 ແລະຫວັງວ່າຈະຢຸດຕິການລະບາດໄດ້ເຫມືອນກັບຄວາມຫວັງຂອງຕົນແລະຄົນອື່ນໆ ທີ່ຫວັງວ່າຈະໄດ້ກັບໃປໃຊ້ຊີວິດຕາມປົກກະຕິໄດ້ໃນໄວໆນີ້

ໄວລັດໂຄໂລນາສາຍພັນໃຫມ່ ຂ້າຊີວິດຄົນທົ່ວໂລກໄປແລ້ວກວ່າ 1.1 ລ້ານ ຕັ້ງແຕ່ຈີນລາຍງານພົບຜູ້ຕິດເຊື້ອໄວລັດຄົນທຳອິດໃນຈີນໃຫ້ອົງການອານາໄມໂລກຮັບຮູ້ໃນເດືອນ ທ.ຄ

ສູນລະບົບວິດທະຍາສາດແລະວິສະວະກຳສາດ ມະຫາວິທະຍາໄລຈອນ ອອບກິນ ໃນສະຫະລັດ ລະບຸວ່າສະຫະລັດ ມີຜູ້ເສຍຊີວິດຈາກໄວລັດດັງກ່າວກວ່າ 219,000ຄົນ

ສ່ວນໂຄງງານຂອງອະນິກາ ລູກເຄິ່ງອິນເດຍ-ອະເມລິກັນ ເປັນໂຄງງານທີ່ສະເໜີຂະນະຮຽນອຢູ່ຊັ້ນ ມ.2 ແຕ່ບໍ່ໄດ້ມຸ່ງຫາຜົນການຮັກສາໂລກໂຄວິດ-19

ເປົ້າຫມາຍໃນເບື້ອງຕົ້ນ ຄືການໃຊ້ວິທີການຄຳນວນດ້ວຍຄອມພິວເຕີ ເພື່ອບົ່ງຊີ້ໄດ້ວ່າໂມເລກຸນຕັ້ງຕົ້ນໄປກ່ຽວກັບໂປຕີນຂອງໄວລັດໄຂ້ຫວັດໃຫຍ່

ອະນິກາກ່າວວ່າ ຫລັງຈາກທຸ້ມເທເວລາຫລວງຫລາຍກັບການວິໄຈກ່ຽວກັບການລະບາດໄວລັດ ແລະການຄົ້ນພົບຢາຮັກສາ ຕົນຄິດວ່າບ້າໄປແລ້ວບໍ່ ທີ່ຈະຕ້ອງຢູ່ກັບສິ່ງເຫລົ່ານີ້ ການລະບາດຂອງໂຄວິດ-19 ຮຸນແຮງແລະວ່ອງໄວຫລາຍ ຕົນຄິດວ່າດ້ວຍຄວາມຊ່ວຍເຫລືອຂອງອາຈານທີ່ປຶກສາ ອາດຈະຫາວິທີການປ່ຽນທິດທາງເປົ້າຫມາຍຂອງໄວລັດSARS-CoV-2 ໄດ້

ສາເຫດທີ່ຈຸດປະກາຍໃຫ້ອະນິກາຄົ້ນຫາການໃຊ້ໂປຕີນຮັກສາໄວລັດເພາະໄດ້ຮຽນຣູ້ກ່ຽວກັບການລະບາດໄຂ້ຫວັດໃຫຍ່ປີ 2461 ຫລືຮ້ອຍກວ່າປີມາແລ້ວຊຶ່ງຄັ້ງນັ້ນ ເຮັດໃຫ້ຄົນໃນສະຫະລັດເສຍຊີວິດຫລວງຫລາຍ ແມ້ວ່າມີການສີດວັກຊີນປະຈຳປີ ແລະມີຢາຕ້ານໄຂ້ຫວັດໃຫຍ່ວາງຂາຍໃນທ້ອງຕະລາດແລ້ວກໍ່ຕາມ

ດ້ານ ດຣ.ຊິນດີ ມອດ ກຳມະການຕັດສິນລາງວັລ 3M ນັກວິດທະຍາສາດລຸ່ນເຍົາວະຊົນ ກ່າວວ່າອະນິກາມີຄວາມໃຝ່ຮູ້ ແລະຖ້າຄຳຖາມຕ່າງໆ ກ່ຽວກັບວັກຊີນປ້ອງກັນໄວລັດໂຄໂລນາສາຍພັນໃຫມ່

ງານວິໄຈຂອງອະນິກາເປັນການຜະສົມຜະສານກັນລະຫວ່າງຄວາມເຂົ້າໃຈແລະການກວດສອບຂໍ້ມູນຫຼວງຫຼາຍ ຈົນພັດທະນາເປັນກະບວນການວັດຕະກຳ ແລະມີຄວາມເປັນນັກສື່ສານທີ່ຍິ່ງໃຫຍ່ ຄວາມຕັ້ງໃຈຂອງລາວປະກອບກັບການທຸ້ມເທເວລາແລະພອນສະຫວັນຈະເຮັດໃຫ້ໂລກມີຄວາມຫວັງ

ສ່ວນອະນິກາກ່າວວ່າ ການຊະນະລາງວັນ ແລະໄດ້ຊື່ວ່າເປັນນັກວິດທະຍາສາດລຸ່ນເຍົາວະຊົນເປັນກຽດແກ່ຕົນເອງ ແຕ່ງານຂອງຕົນຍັງບໍ່ລຸລ່ວງເພາະຈະເດີນຫນ້າສູ່ເປົ້າຫມາຍຕໍ່ໄປ ຄືການທຳງານຄູ່ກັບນັກວິດທະຍາສາດແລະນັກວິໄຈທີ່ກຳລັງຕໍ່ສູ້ເພື່ອຄວບຄຸມການເຈັບປ່ວຍແລະຄວາມຕາຍຈາກການລະບາດຂອງໄວລັດ ໂດຍໃຊ້ຜົນການຄົ້ນພົບຂອງລາວໄປພັດທະນາຕໍ່ຍອດ ເພື່ອຮັກສາໂລກໂຄວິດ-19

ຄວາມພະຍາຍາມຂອງຕົນໃນການພົບວ່າໂມເລກຸນຕັ້ງຕົ້ນຈັບກັບໂປຕີນຫນາມຂອງໄວລັດ SARS-CoV-2 ອາດເປັນພຽງນ້ຳຢົດດຽວໃນມະຫາສະມຸດ ແຕ່ເຮົາຈະພະຍາຍາມຕໍ່ໄປ ແລະຈະພັດທະນາ ໂມເລກຸນ ໃຫ້ຫລາຍຂັ້ນເພື່ອຊ່ວຍນັກໄວລັດວິດທະຍາແລະຜູ້ຊ່ຽວຊານດ້ານພັດທະນາການ

ອະນິກາເປັນເຫມືອນກັບເດັກຍິງອາຍຸ14 ທົ່ວໄປ ເວລາທີ່ບໍ່ໄດ້ເຂົ້າຫ້ອງແລັບ ກໍ່ຈະໄປຝຶກເຕັ້ນພາດຕະນາດຍຳຊຶ່ງຮຽນມາຕັ້ງແຕ່ອາຍຸ 8 ປີ

ຂ່າວທົ່ວໄປ