ວັນທີ່ 12 ລາຍງານຈາກ mirror.co.uk ເກີດປະຕິຫານຂອງແອນ້ອຍເພດຍິງແລກເກີດທີ່ເກືອບຕາຍ ຫຼັງຖືກນຳມາຝັງຖີ້ມໄວ້ທັ້ງເປັນໃນຟາມ ທີ່ເມືອງ ກາຕິມາ ລັດອຸດຕຣາຂັນ ທາງຕອນເໜືອຂອງປະເທດ ອິນເດຍ
ແຕ່ດ້ວຍຄວາມໂຊກດີປະຊາຊົນໃນໝູ່ບ້ານນັ້ນຕາດີເບີ່ງເຫັນ ຂະນະທີ່ກຳລັງເຮັດວຽກຢູ່ບໍ່ໄກ ເຊີ່ງແນມເຫັນໃບໜ້າ, ແຂນ ແລະ ຂາເບື້ອງຂວາໂຜ່ຂື້ນມາຈາກພື້ນດິນ
ລາວຈື່ງໄປແຈ້ງປະຊາຊົນແຖວນັ້ນເຂົາໄປຊ່ວຍເຫຼືອຂື້ນມາຈາກພື້ນດິນທີ່ມີທັງກ້ອນຫີນ, ຮາກໄມ້ ແລະ ສີ່ງສົກກະປົກ
ແຕ່ໂຊກດີທີ່ແອນ້ອຍຍັງປອດໄພປະຊາຊົນກໍ່ຊ່ວຍກັນເອົາຜ້າມາຫຸ້ມເພື່ອໃຫ້ຄວາມອົບອຸ່ນເຊັດທຳຄວາມສະອາດ ກ່ອນຈະຮີບນຳໂຕແອນ້ອຍສົ່ງໂຮງໝໍ ການຝັງແອນ້ອຍທັງເປັນເກີດຂື້ນຫຼາຍເທື່ອໃນປະເທດອິນເດຍ
ໂດຍສະເພາະແອນ້ອຍທີ່ເປັນເພດຍິງ ເນື່ອງຈາກພໍ່ແມ່ບາງຄູ່ບໍ່ຕ້ອງການລູກຊາຍຫຼາຍກວ່າ