ລະວັງ!!ວັນທີ 20/02/2020 ດາວເລືອດຈະເຄື່ອນທັບດວງໂລກ

ລະວັງ!!ວັນທີ 20/02/2020 ດາວເລືອດຈະເຄື່ອນທັບດວງໂລກ

ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ ຈາກເຟສບຸກ “ອາຈານ ວິສອນ ພູນສະຫວັດ” ເຊີ່ງເປັນໂຫລາສາດ ໄດ້ໂພສວ່າ: “ກ້າວເຂົ້າສູ່ປີ 2020 ຍັງບໍ່ຄົບເດີອນ ໄກ້ຈຸດປ່ຽນຂອງໂລກ ມີເຫດການສະເທືອນຂວັນມະນຸດເຮົາຫລາຍຢ່າງ ເລີ່ມຕົ້ນຈາກສົ່ງທ້າຍປີເກົ່າ 2019 ແຜ່ນດີນໄຫວເກືອບ 200 ຄັ້ງ ໃນປະເທດລາວເຊີ່ງບໍ່ເຄີຍມີການສັ່ນ ຫລາຍປານນີ້ຈັກເທື່ອໃນໂລກ ເປີດສັກກະລາດໃຫມ່ 2020 ຕາມດ້ວຍຄວາມຮຸນແຮງຂອງ ໄຟປ່າໃນອ້ອດສະເຕີເລຍ, ຝຸ່ນ PM 2.5 ພູໄຟລະເບີດຢູ່ຟິລິປີນ ສົງຄາມໃນ ອີ່ລ່ານ ກັບ ອາເມກາ

ໄວຣັດໂຄໂຣນາ-ອູຮັ່ນ ສປ ຈີນ ແຜ່ນດີນໄຫວປະເທດຕຸກລະກີ ຝູງຕັກກະແຕນຖະລົ່ມອາຟຣິກກາ ໂລກໄຂ້ລາສຊາໃນໄນຈີເລຍ ເຊີ່ງທຸກສະຖານະການຍັງດຳເນີນຢູ່ ຍັງອີກ 23 ວັນ ຈະຮອດວັນທີ່ 20/02/2020 ຕົວເລກຈຸດປ່ຽນຂອງໂລກ ທີ່ສົ່ງອິທີພົນຕໍ່ດາວເສົາ ເຊີ່ງເປັນດາວເລືອດ ທີ່ໂຫນທຸກສຳຫນັກເຂົ້າໃຈດີ ດາວເສົາຈະເຄື່ອນອອກຈາກເສັ້ນທັບດວງໂລກ ຫລັງວັນທີ່ 23/02/2020 ກົງກັບວັນຂື້ນ 1 ຄ່ຳເດືອນ 4 ລາວ ຖືເປັນວັນເລີ່ມຕົ້ນສັກກະລາດໃຫມ່ຂອງຕົວເລກ ໃນສະໄຫມກ່ອນ ແຕ່ດວງໂລກຈະຜ່ານວິກິດຕົວເລກ 20/02/2020 ໄດ້ຫລືບໍ່??

ອາດຕ້ອງເພີ່ງສະຕາຟ້າລິຄິດ ເພາະຕໍ່ຈາກທີ່ 20 ຄື ທີ່ 21 ແລະ ທີ່ 22 ຄືວັນແຮມດັບທ້າຍສັກກະລາດພໍດີ ຈັບຕາຢ່າງໄກ້ສິດວ່າຈະມີເຫດການຫຍັງຕາມມາອີກຫລັງຈາກມື້ນີ້ໄປ??​ ມະນຸດຈະຜ່ານຊ່ວງນີ້ໄປໄດ້ຫລືບໍ່??​ ຖ້າຜ່ານຊ່ວງນີ້ໄປບໍ່ໄດ້​ ປີນີ້ຈະເປັນປີທີ່ເລວລ້າຍທີ່ສຸດ ອິທິພົນຂອງດາວມະລຸດຕະຍູ ຈະເຂົ້າແຊກທັນທີ ຫລັງດາວເສົາເຄື່ອນຍ້າຍອອກ ເວລານັ້ນວິກິດແນ່ນອນ ໄປອີກສອງປີ ຈົນເຖີງທ້າຍປີ 2022 ຈື່ງບັນເທົາລົງ ແຕ່ເຫມືອນທຸກຢ່າງຈະເລີ່ມຕົ້ນໃຫມ່ ສູ້ສູ້ເດີ້ຊາວໂລກ (ຈົ່ງໃຊ້ວິຈາລະນະຍານໃນການເຊື່ອ ເພືອຄວາມບໍ່ປະຫມາດ) ໂອມ ອະອຸມະ

ຂ່າວທົ່ວໄປ