ນາທີ່ນີ້ຕ້ອງຍົກໃຫ້ວົງການເພງລາວ ດັງບໍ່ຢຸດດຶງບໍ່ຢູ່ ສຳລັບກຸ່ມໄວລຸ້ນໄຟແຮງກຸ່ມນີ້ ກັບເພງຢາກເປັນລູກເຂີຍ ແລະ ໃສ່ໃຈໄດ້ແຕ່ມອງ ນອກຈາກທຳລາຍສະຖິຕິເພງລາວທີ່ມີຍອດວິວສູງທີ່ສຸດແລ້ວ ຍັງເປັນອີກເພງທີ່ມີອິດທິພົນຕໍ່ປະເທດໄທ ເຫຼົ່ານັກຮ້ອງດັງສິລະປິນຫຼາຍຄົນກໍນຳໄປໂຄເວີ ເຫັນແລ້ວກໍພູມໃຈ ແລະ ດີໃຈສຸດໆໄປເລີຍ.
ເພາະຫຼ້າສຸດ ສິງໂຕ ນຳໂຊກ ສິລະປິນດັງທີ່ມີຊື່ສຽງຂອງໄທນຳໄປໂຄເວີທ່ອນກາງ ຕ້ອງບໍ່ທຳມະດາແນ່ນອນ ງານນີ້ເຮັດໃຫ້ເຫຼົ່າແຟນຄລັບທັງໄທ ແລະ ລາວດີໃຈກັນຖ້ວນໜ້າ ທັງໂຄເວີເພງຢາກເປັນລູກເຂີຍ ແລະ ໃສ່ໃຈໄດ້ແຕ່ມອງ ເຊິ່ງທັງ 2 ເປັນເພງທີ່ດັງ ແລະ ເພງຍອດຮິດໃນຢູທູບ ແລະ ແອັບ TikTok.
ສຳລັບໃຜຍັງບໍ່ທັນໄດ້ຟັງໄປຟັງກັນເລີຍທີ່ວິດີໂອລຸ່ມນີ້ ມ່ວນແຮງ ບໍ່ວ່າຈະເປັນເວີຊັນໃດກໍເຮັດໃຫ້ບັນເທີງ ແລະ ມ່ວນ ໄປຟັງພ້ອມໆກັນເລີຍ.
ແຟນເພງຫຼາຍຄົນຕ່າງກໍເຊຍໃຫ້ສິງໂຕ ນຳໂຊກເຮັດໂຄເວີແບບເຕັມສະບັບ ຫຼັງຈາກທັງ 2 ເພງຖືກປ່ອຍໄປເປັນກະແສຮືຮາທັງໂລກອອນລາຍ. ສຳລັບສິງໂຕ ນຳໂຊກເປັນນັກຮ້ອງ ນັກດົນຕີ ແລະ ພິທີກອນດັງຂອງປະເທດໄທ, ສິລະປິນທີ່ມີຄວາມສາມາດເຈົ້າຂອງເພງຮິດຫຼາຍຜົນງານເພງບໍ່ວ່າຈະເປັນອາຍ, ຢູ່ຢ່າງເຫງົາໆ, ຢູ່ຕໍ່ເລີຍໄດ້ບໍ່? ແລະ ອື່ນໆ.