ລູກສາວພິການອາຍຸ 10 ປີ ຖືກລ່ວງລະເມີດ ມາລາທອນ 6 ຊມ.

ລູກສາວພິການອາຍຸ 10 ປີ ຖືກລ່ວງລະເມີດ ມາລາທອນ 6 ຊມ.

ພໍ່ສຸດເຈັບໃຈ ລູກສາວທີ່ຮ່າງກາຍບໍ່ສົມປະກອບອາຍຸພຽງ 10ປີ ຖືກລ່ວງລະເມີດມາລາທອນ ນານກວ່າ 6 ຊັ່ວໂມງ ແມ້ເພື່ອນເດັກພະຍາຍາມຂໍຮ້ອງ ໃຫ້ຢຸດ ແຕ່ກໍ່ບໍ່ສົນໃຈ

ວັນທີ່ 12 ກ.ຄ. ສຳນັກຂ່າວ ຊ່ອງ 8 ລາຍງານວ່າ ເດັກຍິງພິການຂາລີບ ອາຍຸ 10 ປີ ຖືກຊາຍໄວລຸ່ນລ່ວງລະເມີດທາງເພດ ເປັນເລື່ອງລາວທີ່ພໍ່ທ່ານຫນຶ່ງ ຮ້ອງຮຽນທີມຂ່າວ

ຄຸນເກສລາ ບົວລອຍ ຜູ້ສື່ຂ່າວຊ່ອງ 8 ສອບຖາມພໍ່ເດັກ ເລົ່າວ່າ ເມື່ອວັນທີ່ 5 ກໍລະກົດ ລະຫວ່າງທີ່ລູກນັ່ງເຫລິ້ນຢູ່ຂ້າງບ້ານ ໃນພື້ນທີ່ຈັງຫວັດສຸໂຂໄທ ຢູ່ດີໆ ຊາຍອາຍຸປະມານ 20 ປີ ທີ່ນັ່ງກິນເຫລົ້າຢູ່ແຖວໃກ້ຄຽງ ໃຊ້ອຸບາຍເອີ້ນລູກເຂົ້າໄປຫາໃນຫ້ອງ ພະຍາຍາມລູບຄຳ ແລະໃຊ້ນິ້ວສອດໃສ່ອະໄວຍະວະເພດ ຫລາຍຊົ່ວໂມງຕັ້ງແຕ່ທ່ຽງຈົນຖຶງ 6 ໂມງແລງ ແມ້ເດັກຈະຮ້ອງໄຫ້ສຽງດັງ ແລະມີເພື່ອນໆ ເດັກ ຮ້ອງບອກໃຫ້ຢຸດ ແຕ່ຜູ້ກໍ່ເຫດກໍ່ຍັງບໍ່ຍອມຢຸດ

ສຸດທ້າຍລູກສາວສະບັດຕົວຫລຸດໄດ້ ຈຶ່ງຣີບແລ່ນໄປບອກແມ່ຍ່າວ່າ ຖືກກະທຳຊຳເລົາ ຈຶ່ງພາໄປແຈ້ງຄວາມໄວ້ກັບຕຳລວດພູທທະສິຣີສັຊະນາໄລ

ຫລ່າສຸດ ຕຳລວດພູທທະສິຣີສັຊນາໄລ ຄວບຄຸມຕົວຊາຍຄົນດັ່ງກ່າວໄດ້ແລ້ວ ກ່ອນນຳຕົວໄປຊີ້ຈຸດເກີດເຫດ ແລະສອບປາກຄຳ ເພື່ອດຳເນີນຄະດີຕາມກົດຫມາຍຕໍ່ໄປ

ສາລະໜ້າຮູ້