ໃກ້ຄວາມສ່ຽງຂຶ້ນທຸກມື້!! ສາທາໄດ້ກັກຕົວກຸ່ມສ່ຽງຕິດເຊື້ອໂຄວິດ19 ທີ່ເດີນທາງມາຈາກຫວຽດນາມ

ໃກ້ຄວາມສ່ຽງຂຶ້ນທຸກມື້!! ສາທາໄດ້ກັກຕົວກຸ່ມສ່ຽງຕິດເຊື້ອໂຄວິດ19 ທີ່ເດີນທາງມາຈາກຫວຽດນາມ

CRI: ຕອນບ່າຍວັນທີ 12 ມີນາ 2019 ນີ້ ກະຊວງສາທາລະນະສຸກໄດ້ລາຍງານວ່າ ປະເທດລາວກໍາລັງຫຍັບເຂົ້າໃກ້ຄວາມສ່ຽງຂຶ້ນທຸກມື້ ເພາະວ່າປະເທດລາວບໍ່ໄດ້ປິດດ່່ານຄົນເຂົ້າເມືອງ ເນື່ອງຈາກຈະສົ່ງຜົນກະທົບຫຼາຍດ້ານໃຫ້ກັບປະເທດຫຼາຍກວ່າເກົ່າ ດ້ວຍເຫດນີ້ຈຶ່ງເຮັດໃຫ້ເປັນສິ່ງທີ່ທ້າທາຍຫຼາຍທີ່ສຸດ.

ພາບປະກອບຂ່າວ

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້ ມີຍົນ 1 ລໍາເດີນທາງອອກຈາກຕ່າງປະເທດ ແລະມາລົງຈອດທີ່ຫວຽດນາມ ເຈົ້າໜ້າທີ່ກະຊວງສະທາລະນະສຸກຫວຽດນາມກໍ່ໄດ້ກວດພົບຜູ້ໂດຍສານຈໍານວນໜຶ່ງຕິດເຊື້ອໃນຍົນລໍາດັ່ງກ່າວ, ດັ່ງນັ້ນ ກະຊວງສາທາຫວຽດນາມໄດ້ມີການແຈ້ງເຕືອນວ່າ ມີຜູ້ໂດຍສານອີກຈໍານວນໜຶ່ງທີ່ເປັນກຸ່ມສ່ຽງໄດ້ເດີນທາງໂດຍການຕໍ່ຍົນໄປປະເທດອື່ນ ແລະມີຜູ້ໂດຍສານຈໍານວນໜຶ່ງໄດ້ຕໍ່ຍົນຖ້ຽວບິນຮ່າໂນ້ຍ-ວຽງຈັນເຂົ້າມາປະເທດລາວ. ຈຶ່ງເຮັດໃຫ້ມີກະແສວິພາກວິຈານໃນສັງຄົມອອນລາຍ ເຊິ່ງກໍ່ມີຫຼາຍຄົນບໍ່ພໍໃຈວ່າ ເປັນຫຍັງຈຶ່ງຜ່່ານເຂົ້າມາລາວໄດ້.

ພາບປະກອບຂ່າວ

ເຖິງຢ່າງໃດກໍ່ຕາມ ກະຊວງສາທາກໍ່ບໍ່ໄດ້ນິ່ງນອນໃຈ ແລະໄດ້ໃຊ້ມາດຕະການໃນການປ້ອງກັນພະຍາດໂຄວິດ-19 ຂອງ ສປປ ລາວຢ່າງເຂັ້ມງວດ, ໂດຍໄດ້ນໍາໂຕຜູ້ໂດຍສານເຫຼົ່ານັ້ນໄປກວດຫາເຊື້ອ ເຊິ່ງຜົນອອກມາກໍ່ບໍ່ພົບຜູ້ໃດຕິດເຊື້ອ ແຕ່ກຸ່ມສ່ຽງເຫຼົ່ານີ້ຈະຖືກຈໍາກັດບໍລິເວນ ແລະໃຫ້ເກັບໂຕຢູ່ພາຍໃນໂຮງແຮມຈົນກວ່າ 14 ມື້ ຕາມມາດຕະການຂອງ ສປປ ລາວ ວາງອອກ ເຊິ່ງທາງກຸ່ມສ່ຽງດັ່ງກ່າວກໍ່ມີຄວາມກັງວົນຢ້ານຕິດເຊື້ອ ແລະກໍ່ໃຫ້ຄວາມຮ່ວມມືກັບພາກສ່ວນຮັບຜິດຊອບເປັນຢ່າງດີ ໃນການກວດຫາເຊື້ອ ແລະໃຫ້ຄວາມຮ່ວມມືໃນການຕິດຕາມຕົນເອງ.

ພາບປະກອບຂ່າວ

ຂ່າວທົ່ວໄປ