ແມ່ຮູ້ສືກດີໃຈ ທີ່ລູກໄດ້ຮັບໃບປະກາສະນີຍະບັດ

ແມ່ຮູ້ສືກດີໃຈ ທີ່ລູກໄດ້ຮັບໃບປະກາສະນີຍະບັດ

ຈາກຜູ່ໃຊ້ເຟສບຸກຄົນໜື່ງໄດ້ເວົ້າວ່າ “ນີ້ລະລູກຂອງຂ້ອຍ” ລູກຂອງຂ້ອຍເກັ່ງ ດຸໝັ່ນ ແລະດີ ເຖິງບາງຄັ້ງຈະບໍ່ເປັນແບບນັ້ນເໝີດກໍຕາມ ຂອບໃຈ ຂອບໃຈ ຂອບໃຈ ຄວາມຮັກຂອງພວກທ່ານ ຂອບໃຈພໍ່ແມ່ ທີ່ສູ້ເພື່ອລູກຢ່າງເຮົາສະເໝີມາ ຢ່າອາຍທີ່ມີພໍ່ແມ່ທຸກຈົນ ແລະແກ່ເຖົ້າ ເພາະເພີ່ນມີແຕ່ພູມໃຈ ທີ່ມີລູກຄືເຮົາ

ເຖິງແມ່ນວ່າ ເຮົາຈະບໍ່ແມ່ນລູກທີ່ດີທີ່ສຸດ ແຕ່ພໍ່ແມ່ກໍບໍ່ເຄີຍອາຍ ທີ່ມີເຮົາເປັນລູກຂອງທ່ານ ທ່ານເອງກໍພູມໃຈ ແລະ ກ້າຈະຍ້ອງຕໍ່ໜ້າທຸກຄົນວ່າ ສິ່ງທີ່ພໍ່ແມ່ ທຸກຄົນຢາກເຫັນຄື “ຍິ້ມໃນວັນທີ່ລູກປະສົບຜົນສຳເລັດ” ວັນນີ້ທີ່ເຮົາດີໃຈ ແລ້ວເວົ້າກັບຄົນອື່ນໆວ່າ ກວ່າຈະຮຽນຈົບ ຫຼືປະສົບຜົນສຳເລັດ ເຮົາເມື່ອຍຫຼາຍພຽງໃດ ລອງຫັນກັບໄປເບິ່ງ … ສອງຄົນເຖົ້າໆຢູ່ທີ່ບ້ານ

ທີ່ບໍ່ເຄີຍຈົ່ມໃຫ້ຜູ້ໃດຟັງວ່າ “ເຂົາເມື່ອຍສໍ່າໃດເພື່ອໃຫ້ລູກໄດ້ມີວັນນີ້” ກ່ອນລູກແຕ່ລະຄົນຈະຮຽນຈົບ ມີວິຊາອາຊີບອພໍ່ແມ່ ຕ້ອງດິ້ນຮົນຫາເງິນສົ່ງເສຍໃຫ້ລູກຮຽນ ວຽກໜັກກໍຕ້ອງເອົາ-ວຽກເບົາກໍຕ້ອງສູ້ ຫຼັງສູ້ເບື້ອງຟ້າ-ໜ້າສູ້ເບື້ອງດິນ ດິ້ນຮົນສູ້ເພື່ອຢາກໃຫ້ລູກມີຢູ່ມີກິນ

ໄດ້ຮຽນສູງໆ – ໄດ້ມີຄືດັ່ງລູກເຂົາ ແຕ່ເໜືອສິ່ງອື່ນໃດນັ້ນ ເຫດການນີ້ຖືກຖ່າຍຮູບໃນຕົ້ນເດືອນ ຕຸລາ 2020 ທີ່ມະຫາວິທະຍາໄລແຫ່ງຊາດ ດົງໂດກ ນະຄອນຫຼວງວຽງຈັນ ໃນມື້ທີ່ນັັກສືກສາໄດ້ຮັບໃບປະກາສະນີຍະບັດ

ຂ່າວທົ່ວໄປ