ມີລາຍງານວັນທີ່ 2 ຕຸລາ 2563 ວ່າທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄດ້ຕິດເຊື້ອໂຄວິດ-19 ທີ່ດູໄບມີທັ້ງຄົນໃກ້ຊິດກໍ່ພົບວ່າມີຜູ້ຕິດເຊື້ອເຊັ່ນດຽວກັນ ໂດຍຫນຶ່ງໃນນັ້ນຄືເຈ້ແດງ ຫລື ນາງເຍົາວະພາ ວົງສະວັດ ອະດີດແກນນຳພັກເພື່ອໄທ
ລາຍງານລະບຸວ່າທ່ານທັກສິນຖືກກວດພົບວ່າຕິດເຊື້ອໂຄວິດ-19ແລະມີອາການເມື່ອກ່ອນຫນ້ານີ້ລະຫວ່າງພັກຢູ່ທີ່ນະຄອນດູໄບ ປະເທດສະຫະລັດອາລັບເອມິເຣດ ຫລັງຈາກນັ້ນໄດ້ຮັກສາຕົວໂດຍໃຊ້ແພດຈາກຫລາຍໂຮງພະຍາບານ ແລະໄດ້ມີການຍ້າຍສະຖານທີ່ັຮັກສາມາແລ້ວ 5 ໂຮງພະຍາບານດ້ວຍກັນ ຊຶ່ງຫລັງໄດ້ຮັບການດູແລດ້ວຍມາດຕະການເຂັ້ມງວດເຮັດໃຫ້ຂະນະນີ້ຫາຍເປັນປົກກະຕິແລ້ວ
ນອກຈາກນີ້ຍັງມີລາຍງານຜູ້ທີ່ຕິດເຊື້ອໂຄວິດ-19 ໃນເວລາໃກ້ຄຽງກັນຄື ນາງເຍົາວະພາ ວົງສະວັດ ຫລືເຈ້ແດງ ອະດີດແກນນຳພັກເພື່ອໄທ ແລະຍັງມີຜູ້ທີ່ພັກອາໄສຢູ່ດ້ວຍກັນ ໄດ້ແກ່ ເລຂາ ຄົນຂັບລົດທີ່ຕິດເຊື້ອດ້ວຍເຊັ່ນກັນ ແຕ່ທັ້ງຫມົດກໍ່ຮັກສາຈົນຫາຍແລ້ວ ສ່ວນຄົນດຽວທີ່ບໍ່ຕິດເຊື້ອຄື ນສ.ຍິ່ງລັກ ຊິນນະວັດ