ຈາກຂ່າວເລື່ອງໂຈນແມ່ໃຫຍ່ໃຈກ້າລັກເງິນຊາວບ້ານຢູ່ຕະຫຼາດລາວອົດຊີ ແລະ ຖືກເອົາປ້າຍແຂວນຄໍ ຍ່າງຜ່ານຕະຫຼາດໄປຫາຫ້ອງການຈັດສັນຕະຫຼາດ ເຮັດໃຫ້ສັງຄົມທີ່ເບິ່ງໂລກໃນແງ່ດີຈຳນວນໜຶ່ງວິພາກວິຈານກັນຢ່າງໜັກວ່າ ນັ້ນເປັນການບໍ່ເໝາະສົມ ເຖິງຂີ້ລັກກໍ່ແມ່ນຄົນມີສັກສີຄົນຄືກັນຄວນສົ່ງເຈົ້າໜ້າທີ່ປະຕິບັດຕາມລະບຽບກົດໝາຍກໍ່ຈົບເລື່ອງ……
ຕໍ່ກັບເລື່ອງລາວທີ່ວ່າ ນີ້ຕົກລົງວ່າ ແມ່ໃຫຍ່ຄົນນີ້ຮູ້ເທົ້າບໍ່ເຖິງການແລ້ວຫຼົງຜິດໄປຈົກເອົາເງິນຄົນອື່ນພຽງຄັ້ງດຽວນີ້ຫຼືບໍ ອັນນີ້ບໍແມ່ນເດີ້ ແຕ່ຄວາມຈີງເພິ່ນຍຶດອາຊີບຂີ້ລັກມັກຈົກມາແລ້ວຫຼາຍປີໄດ້ລີ້ມລົດລົດຊາດໃນຄຸກມາແລ້ວຮຽບຮ້ອຍ ແຕ່ປະບໍໄດ້ກໍ່ເທົ່ານັ້ນເອງ.
ຕາມການລົງສຳພາດ ທ່ານລິນທອງ ວົງໄຊ ຮອງນາຍບ້ານໜອງແຕ່ງໃຕ້ ຂອງທີມຂ່າວລາວພັດທະນາ ໃຫ້ຮູ້ວ່າ: ໂຈນຍິງທີ່ຖືກຈັບໄດ້ໃນວັນທີ 17 ກໍລະກົດ ຜູ້ກ່ຽວຊື່ນາງລຳດວນ ຫຼື ເອ ອາຍຸ 50 ປີພື້ນຖານເປັນຄົນສະຫວັນນະເຂດ ມາອາໄສຢູ່ບ້ານຈັນສະຫວ່າງ ແຕ່ເດືອນ 5 ປີ 2020.
ຜ່ານການສືບສວນສອບສວນ ປະຫວັດຂອງຜູ້ກ່ຽວເຄີຍຖືກຕັດສິນສ້າງຕັດອິດສາລະພາບ 5 ປີມາແລ້ວ ໃນຂໍ້ຫາເຄື່ອນໄຫວລັກຊັບພົນລະເມືອງ ພາຍຫຼັງພົ້ນຈາກຄ້າຍຄຸມຂັງດັດສ້າງແລ້ວຍັງອອກເຄື່ອນໄຫວຄືເກົ່າ ບໍ່ມີການປ່ຽນແປງ.
ຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວມາແຕ່ເດືອນ5 ປີ 2020 ແຕ່ຜູ້ກ່ຽວບໍບອກວ່າ ເຄື່ອນໄຫວທາງໃດແດ່ ສຳລັບຕະຫຼາດລາວອົດຊີ 10 ປາຍເທື່ອ ໄດ້ຂອງກາງຂໍ້ມູນຫຼັກຖານແທ້ໆແມ່ນ ວັນທີ 15 ແລະ 17 ເດືອນກໍລະກົດນີ້ ລາຍການເສຍຫາຍຍ່ອຍແມ່ນບໍ່ໄດ້ເອົາມາລວມ ແຕ່ທັງສອງຄັ້ງທີ່ຈັບໄດ້ ຜູ້ກ່ຽວລັກໄປທັງໝົດ 3.180.000 ກີບ ແຕ່ມື້ວັນທີ 17 ໄດ້ເງິນຄືນແກ່ເຈົ້າຂອງຊັບພຽງ 8 ແສນກີບເທົ່ານັ້ນ.
ນອກຈາກການເຄື່ອນໄຫວລັກເງິນສົດແລ້ວໃນຕົວຜູ້ກ່ຽວຍັງມີບັດປະຈຳຕົວ, ບັດເອທີເອັມຈຳນວນໜຶ່ງທີ່ລັກມາຈາກບ່ອນອື່ນອີກ. ງານນີ້ຄົນໂລກສວຍທັງຫຼາຍຄົງຫຼຸດຂໍ້ສົງໄສລົງຫຼາຍຂຶ້ນທີ່ຈະປົກປ້ອງບຸກຄົນຂີ້ລັກດັ່ງກ່າວ.