ເຫດການລະບາດຂອງພະຍາດອັກເສບປອດ ໂຄໂຣນາໄວຣັສ ໄດ້ສ້າງຄວາມສູນເສຍທາງດ້ານຊີວິດຂອງປະຊາຊົນຊາວຈີນຈໍານວນຫຼາຍ ຂະນະດຽວກັນ ກໍ່ສ້າງຄວາມຢ້ານກົວ, ຄວາມວິຕົກກັງວົນການແຜ່ລະບາດໄປຍັງປະເທດອື່ນໃນໂລກ, ຫຼ້າສຸດ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ຢືນຢັນໜັກແໜ້ນ ຕໍ່ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ວ່າຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ແນ່ນອນ
ວັນທີ 28 ມັງກອນ 2020 ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານເທັດຣົສ ອັດຣະໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຢູ່ນະຄອນຫຼວງປັກກິ່ງ
ທ່ານສີຈິ້ນຜິງເນັ້ນໜັກວ່າ, ຈີນມີຄວາມໝັ້ນໃຈຢ່າງເຕັມປ່ຽມ ແລະ ມີຄວາມສາມາດທີ່ຈະເອົາຊະນະໃນບັ້ນປ້ອງກັນ ແລະ ຄວບຄຸມພະຍາດໃນຄັ້ງນີ້ໄດ້. ພ້ອມດຽວກັນນັ້ນທ່ານຍັງໄດ້ຊີ້ໃຫ້ເຫັນວ່າ, ຈີນໄດ້ແຈ້ງສະພາບການຕໍ່ພາຍນອກຕາມຫຼັກການທີ່ເປີດເຜີຍ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບຕະຫຼອດມາ, ຍິນດີຮ່ວມກັນກັບອົງການອະນາໄມໂລກກໍ່ຄືປະຊາຄົມໂລກ ຮ່ວມກັນປົກປັກຮັກສາຄວາມປອດໄພສາທາລະນະສຸກຂອງພາກພື້ນກໍຄືຂອງໂລກໃຫ້ດີ
ທ່ານ ເທັດຣົສ ກ່າວວ່າ: ຈີນໃຊ້ມາດຕະການຕອບໂຕ້ຢ່າງວ່ອງໄວ ແລະ ດຳເນີນໃນບໍລິເວນກວ້າງຂວາງຢ່າງແຂງແຮງເຊິ່ງໄດ້ສະແດງໃຫ້ເຫັນຄວາມໄວ ແລະ ຄວາມກວ້າງໃຫຍ່ໃນການຕອບໂຕ້ຂອງຈີນ, ອົງການອະນາໄມໂລກສະແດງຄວາມຊົມເຊີຍຢ່າງສູງຕໍ່ເລື່ອງນີ້, ພ້ອມບອກນີ້ແມ່ນຄວາມດີເລີດດ້ານລະບຽບການຂອງຈີນ, ບົດຮຽນທີ່ກ່ຽວຂ້ອງມີຄວາມໝາຍເປັນສິ່ງທີ່ໜ້າຖອດຖອນຮ່ຳຮຽນສຳລັບປະເທດອື່ນໆ
ທ່ານ ເທັດຣົສ ກ່າວອີກວ່າ: ຕົນເອງເຊື່ອວ່າມາດຕະການທີ່ຈີນປະຕິບັດນັ້ນຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດ ແລະ ເອົາຊະນະໄດ້ໃນທີ່ສຸດ, ພ້ອມນີ້ອົງການອະນາໄມໂລກຈະສະໜັບສະໜູນຈີນໃນການໃຊ້ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດຢ່າງເດັດດ່ຽວ ແລະ ຍຶດໝັ້ນວິນິດໄສຕາມວິທະຍາສາດ ແລະ ຄວາມຈິງ, ຄັດຄ້ານການມີປະຕິກິລິຍາເກີນຂອບເຂດ ແລະ ກ່າວຖ້ອຍຄວາມທີ່ບໍ່ມີມູນຄວາມຈິງ ແລະ ຊົມເຊີຍຢ່າງສູງຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດແລະປະກອບສ່ວນອັນສຳຄັນເພື່ອພາລະກິດສາທາລະນະສຸກຂອງໂລກ ຍິນດີສືບຕໍ່ດຳເນີນການຮ່ວມມືທາງຍຸດທະສາດກັບຈີນ
Tagged ຈີນໝັ້ນໃຈຄວບຄຸມໄວຣັສໂຄໂຣນາໄດ້ໄດ້