ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້!! ແລ້ວແນວໃດ ໃຜສົນ? ເພາະເປັນໂສດກໍມີຄວາມສຸກໄດ້!!

ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້!! ແລ້ວແນວໃດ ໃຜສົນ? ເພາະເປັນໂສດກໍມີຄວາມສຸກໄດ້!!

ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ ສາວໂສດທີ່ອາຍຸເລີ່ມຫຼາຍຂຶ້ນ ຄົງຈະເຄີຍໄດ້ຍິນຄົນອື່ນເວົ້າ ແລະ ຕົວເອງກໍເຊື່ອວ່າ ຄວາມໂສດເປັນເລື່ອງໜ້າອາຍ, ເປັນເລື່ອງເສົ້າ ຫຼືແມ່ຍິງທີ່ໂສດມາດົນແລ້ວນັ້ນແປວ່າບໍ່ມີໃຜຢາກໄດ້ ຫຼືເວົ້າງ່າຍໆວ່າບໍ່ມີໃຜເອົາແລ້ວ ແລະ ອີກສາລະພັດແງ່ລົບ ທີ່ທໍາຮ້າຍຈິດໃຈສາວໂສດເປັນທີ່ສຸດ ແຖມຍັງເວລາທີ່ຕ້ອງອອກໄປໃສມາໃສແລ້ວເຫັນຄົນມີຄູ່ຍ່າງຈັບມືກັນ ເມື່ອເຂົ້າໄປເບິ່ງໃນໂຊຊ່ຽວກໍຍັງຫຼີກບໍ່ໄດ້ ເຫັນໝູ່ ເຫັນຄົນຮູ້ຈັກໂພສຮູບຄູ່ກັນລົວໆ ໂອ໋ຍ ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້

ແຕ່ສາວໆຢ່າວຟ້າວນ້ອຍເນື້ອຕໍ່າໃຈໄປ ຫຼືໄປຕັດສິນຕາມຄົນອື່ນໄປ ສາວໆລອງມາເບິ່ງໃນຄວາມແຕກຕ່າງ ແລະ ກົງກັນຂ້າມແລ້ວສາວໆຈະຮູ້ວ່າ ຂໍ້ດີບໍ່ແມ່ນແຕ່ການມີຄູ່ພຽງຢ່າງດຽວ ຄົນໂສດກໍມີຂໍ້ດີອີກຫຼາຍຢ່າງທີ່ຄົນມີຄູ່ບໍ່ມີຄືກັນ ແຖມຍັງສາມາດມີຄວາມສຸກໄດ້ນໍາອີກ ເພາະເມື່ອໃດກໍຕາມທີ່ເຈົ້າຍັງມີໝູ່ເພື່ອນ ມີຄອບຄົວ ຫຼືຍາດພີ່ນ້ອງ ເຈົ້າສາມາດພົບຄວາມສຸກເຫຼົ່ານັ້ນໄດ້ຈາກໃນເຮືອນ ແລະ ອ້ອມຕົວນັ້ນແຫຼະ

ເພາະຄວາມສຸກບໍ່ແມ່ນການທີ່ໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນຮັກ ຫຼືຄູ່ຄອງສະເໝີໄປ ເປັນຫຍັງຕ້ອງເອົາຄວາມຮູ້ສຶກຂອງເຮົາໄປແຂວນໄວ້ກັບຄົນອື່ນ ໃນເມື່ອເຈົ້າກໍສາມາດຊອກຄວາມສຸກໃສ່ຕົວເອງໄດ້ ຄວາມຮັກຈາກຄອບຄົວ ແລະ ໝູ່ເພື່ອນເຊື່ອວ່າຈະບໍ່ເຮັດໃຫ້ເຈັບ

ຫຼືຜິດຫວັງຢ່າງແນ່ນອນ ເປັນສາວໂສດກໍມີຄວາມສຸກໄດ້ ແຖມຍັງເປັນອິດສະຫຼະຢ່າງເຕັມຕົວ ບໍ່ຕ້ອງໄປຢ້ານວ່າເຮັດຫຍັງໄປແລ້ວຈະໄປທໍາຮ້າຍໃຈໃຜນໍາອີກ

ທີ່ມາ: ວາລະສານ ຂວັນໃຈ

ຂ່າວທົ່ວໄປ