“Parasite ຮູບເງົາລາງວັນອອສກາ ເລື່ອງລາວສຽດສີສັງຄົມແບບຄາດບໍ່ເຖິງ ທີ່ຕ້ອງໄປພິສູດດ້ວຍຕົວເອງ

“Parasite ຮູບເງົາລາງວັນອອສກາ ເລື່ອງລາວສຽດສີສັງຄົມແບບຄາດບໍ່ເຖິງ ທີ່ຕ້ອງໄປພິສູດດ້ວຍຕົວເອງ

ຮູບເງົາລາງວັນອອສກາຢ່າງ Parastie ເປັນອີກໜຶ່ງເລື່ອງທີ່ຕ້ອງເບິ່ງໃຫ້ໄດ້ໃນຍຸກນີ້ ດ້ວຍເລື່ອງລາວທີ່ລຽບງ່າຍ ແຕ່ແຝງໄປດ້ວຍການສຽດສີ-ວິພາກສັງຄົມໄດ້ຢ່າງເຈັບແສບ.

ເລື່ອງຫຍໍ້ຂອງຮູບເງົາເລື່ອງນີ້ແມ່ນເລົ່າເລື່ອງຂອງ ຄິມກີວູ (ຮັບບົດໂດຍ ຊເວ ວູຊິກ) ໜຸ່ມເກົາຫຼີທີ່ບໍ່ປະສົບຄວາມສຳເລັດໃນຊີວິດ ແຕ່ເກີດບຸນຫຼົ່ນທັບໄດ້ເຂົ້າໄປເປັນຄູສອນພິເສດໃຫ້ກັບລູກສາວຂອງມະຫາເສດຖີ ແທນໝູ່ທີ່ຈະໄປຮຽນຕໍ່ຢູ່ເມືອງນອກ. ຫຼັງຈາກນັ້ນ ຄິມກີວູ ແລເຫັນວ່າ ຄອບຄົວມະຫາເສດຖີນັ້ນມີຊ່ອງທາງທີ່ຄອບຄົວຕົນເອງສາມາດເຂົ້າໄປ “ເກາະກິນ” ໄດ້ ຈຶ່ງເລີ່ມແຜນການທີ່ຊານສະຫຼາດ ເພື່ອດູດເອົາເງິນຈາກຄອບຄົວດັ່ງກ່າວນັ້ນ

ກີວູ ເລີ່ມໃຫ້ນ້ອງສາວເຂົ້າໄປສວມບົດບາດຂອງຄູສອນສິລະປະໃຫ້ລູກຊາຍຫຼ້າຂອງຄອບຄົວມະຫາເສດຖີ, ໃຫ້ ພໍ່ ສວມບົດບາດເປັນຄົນຂັບລົດໃຫ້ກັບນາຍໃຫຍ່ຄອບຄົວ ແລະ ໃຫ້ແມ່ເຂົ້າໄປສວມບົດເປັນແມ່ບ້ານ ແທນແມ່ບ້ານທີ່ຢູ່ມາດົນນານ

ແນວໃດກໍຕາມ ພວກເຂົາກໍພົບກັບເລື່ອງລາວທີ່ບໍ່ຄາດຄິດທີ່ແມ່ບ້ານຄົນເກົ່າເຊື່ອງຊ້ອນເອົາໄວ້ ແລະ ນີ້ເປັນຄືກັບລະເບີດເວລາທີ່ພ້ອມຈະປ່ຽນແປງຊີວິດຂອງຄອບຄົວຂອງກີວູຕະຫຼອດໄປ

ທັງນີ້ ຮູບເງົາເລື່ອງນີ້ເປັນຮູບເງົາຈາກເກົາຫຼີໃຕ້ທີ່ບໍ່ໄດ້ເປັນຄືກັບມະໂນພາບທີ່ເຮົາຈື່ໄດ້ຈາກຊີຣີ ແລະ ຮູບເງົາເລື່ອງອື່ນໆທີ່ສາມາດກິນໃຈຂອງຄົນເບິ່ງສ່ວນໃຫຍ່ໄດ້ຈາກສາກຮັກຫວານໆຊວນຝັນ ແລະ ຟິນກັນຖ້ວນໜ້າ ເຮັດໃຫ້ຜູ້ເບິ່ງທີ່ບໍ່ຄ່ອຍອິນກັບເລື່ອງລາວຂອງເລື່ອງແບບນີ້ທີ່ເນັ້ນສຽດສີສັງຄົມ ແລະ ວິຈານດ້ານດຳມືດຂອງສັງຄົມ ຕ້ອງຫັນໜ້າໜີກັນເປັນແຖວ

ແລ້ວເລື່ອງນີ້ເຮົາຈະໄດ້ເຫັນຫຍັງແດ່? ແນ່ນອນກໍຄື ໄດ້ຫົວກັບຊີວິດທີ່ຂົມຂື່ນຂອງຄອບຄົວຕົວລະຄອນເອກ ທີ່ເຖິງວ່າຈະເປັນຊີວິດທີ່ບໍ່ຄ່ອຍດີທັງອາໄສຢູ່ໃນເຮືອນທີ່ຕໍ່າກວ່າລະດັບໜ້າທາງ ເປິເປື້ອນ ແລະ ຫາເງິນຢ່າງຍາກລຳບາກ ແຕ່ພວກເຂົາກໍມີຄວາມຮັກແພງ ແລະ ມີຄວາມສຸກກັບຊີວິດຂອງໂຕເອງ ແຕ່ແນວໃດກໍຕາມ ເມື່ອພວກເຂົາຄິດແຜນທີ່ຈະເຂົ້າໄປເກາະກິນກັບຄອບຄົວມະຫາເສດຖີ ຈຶ່ງເປັນອີກໜຶ່ງສິ່ງທີ່ເຮັດໃຫ້ຄົນເບິ່ງເຫັນວ່າ ພວກເຂົາພະຍາຍາມຖີບໂຕເອງເພື່ອໃຫ້ຫຼຸດພົ້ນອອກຈາກສະພາບຊີວິດການເປັນຢູ່ທີ່ແສນຍາກລຳບາກນີ້

ນອກຈາກນັ້ນ ໃນລະຫວ່າງທາງຂອງເລື່ອງ ຜູ້ເບິ່ງຍັງຈະໄດ້ຮູ້ຈັກກັບຄວາມລັບສູດຍອດທີ່ເຮັດໃຫ້ຕ້ອງໄດ້ລຸ້ນລະທຶກໄປໝົດເລື່ອງ ກັບພາລະກິດ “ກາຝາກ” ຂອງພວກເຂົາທີ່ຫວັງຈະເກາະກິນກັບຄອບຄົວຮັ່ງມີ

ນອກຈາກເນື້ອເລື່ອງແລ້ວ ອີກຢ່າງທີ່ປະຕິເສດບໍ່ໄດ້ໃນຮູບເງົາເລື່ອງນີ້ກໍຄື ຄວາມປານີດ ໃນນີ້ ເວົ້າເຖິງເຮືອນຂອງຄອບຄົວຄິມກີວູທີ່ຕັ້ງຢູ່ໃນພື້ນທີ່ທຳເລບໍ່ດີ ພາຍໃນເຮືອນຄັບແຄບ ເປິະເປື້ອນ ມີຮອຍໂໝກເທິງຝາເຮືອນ ແລະ ແນມອອກປ່ອງຢ້ຽມໄປກໍພຽງກັບພື້ນຫົນທາງ ແລະ ມີຄົນມາຍ່ຽວຢູ່ໜ້າເຮືອນເລື້ອຍໆ ນີ້ສະທ້ອນເຖິງຊີວິດການເປັນຢູ່ຂອງພວກເຂົາໄດ້ເປັນຢ່າງດີ ແຕກຕ່າງຈາກຄອບຄົວມະຫາເສດຖີ ທີ່ມີເຮືອນທີ່ຈົບງາມ,ກວ້າງໃຫຍ່ ເຕັມໄປດ້ວຍເຄື່ອງອຳນວຍຄວາມສະດວກ ແລະ ມີແວ່ນແຜ່ນໃຫຍ່ແນມອອກໄປທິວທັດນອກເຮືອນທີ່ສວຍງາມໃນຊ່ວງເວລາຕ່າງໆ ທັງໝົດນີ້ ຜູ້ກຳກັບບໍ່ໄດ້ໃຊ້ເອັບເຟັກພິເສດໃດໆຊ່ວຍ ແຕ່ສ້າງຂຶ້ນດ້ວຍງົບທັງໝົດພຽງປະມານ 11 ລ້ານໂດລາ

ສ່ວນເລື່ອງຂອງການສະແດງ ນັກສະແດງຫຼັກຢ່າງ ຊເວ ວູຊິກ ກໍຖືວ່າເຮັດອອກມາໄດ້ດີເປັນທີ່ສຸດ ໃນຖານະຂອງຕົວລະຄອນທີ່ແບກບົດນຳພາຄອບຄົວຂອງຕົນເອງເຂົ້າໄປພົບກັບເຫດການທີ່ເກີນຄາດຈົນຈົບເລື່ອງ

“Parasite” ຮູບເງົາລາງວັນອອສກາ ເລື່ອງລາວສຽດສີສັງຄົມແບບຄາດບໍ່ເຖິງ ທີ່ຕ້ອງໄປພິສູດດ້ວຍຕົວເອງ

"Parasite" ຮູບເງົາລາງວັນອອສກາ ເລື່ອງລາວສຽດສີສັງຄົມແບບຄາດບໍ່ເຖິງ ທີ່ຕ້ອງໄປພິສູດດ້ວຍຕົວເອງ

S! Muan

ສະໜັບສະໜູນເນື້ອຫາ

ຮູບເງົາລາງວັນອອສກາຢ່າງ Parastie ເປັນອີກໜຶ່ງເລື່ອງທີ່ຕ້ອງເບິ່ງໃຫ້ໄດ້ໃນຍຸກນີ້ ດ້ວຍເລື່ອງລາວທີ່ລຽບງ່າຍ ແຕ່ແຝງໄປດ້ວຍການສຽດສີ-ວິພາກສັງຄົມໄດ້ຢ່າງເຈັບແສບ

ເລື່ອງຫຍໍ້ຂອງຮູບເງົາເລື່ອງນີ້ແມ່ນເລົ່າເລື່ອງຂອງ ຄິມກີວູ (ຮັບບົດໂດຍ ຊເວ ວູຊິກ) ໜຸ່ມເກົາຫຼີທີ່ບໍ່ປະສົບຄວາມສຳເລັດໃນຊີວິດ ແຕ່ເກີດບຸນຫຼົ່ນທັບໄດ້ເຂົ້າໄປເປັນຄູສອນພິເສດໃຫ້ກັບລູກສາວຂອງມະຫາເສດຖີ ແທນໝູ່ທີ່ຈະໄປຮຽນຕໍ່ຢູ່ເມືອງນອກ. ຫຼັງຈາກນັ້ນ ຄິມກີວູ ແລເຫັນວ່າ ຄອບຄົວມະຫາເສດຖີນັ້ນມີຊ່ອງທາງທີ່ຄອບຄົວຕົນເອງສາມາດເຂົ້າໄປ “ເກາະກິນ” ໄດ້ ຈຶ່ງເລີ່ມແຜນການທີ່ຊານສະຫຼາດ ເພື່ອດູດເອົາເງິນຈາກຄອບຄົວດັ່ງກ່າວນັ້ນ

ກີວູ ເລີ່ມໃຫ້ນ້ອງສາວເຂົ້າໄປສວມບົດບາດຂອງຄູສອນສິລະປະໃຫ້ລູກຊາຍຫຼ້າຂອງຄອບຄົວມະຫາເສດຖີ, ໃຫ້ ພໍ່ ສວມບົດບາດເປັນຄົນຂັບລົດໃຫ້ກັບນາຍໃຫຍ່ຄອບຄົວ ແລະ ໃຫ້ແມ່ເຂົ້າໄປສວມບົດເປັນແມ່ບ້ານ ແທນແມ່ບ້ານທີ່ຢູ່ມາດົນນານ.

ແນວໃດກໍຕາມ ພວກເຂົາກໍພົບກັບເລື່ອງລາວທີ່ບໍ່ຄາດຄິດທີ່ແມ່ບ້ານຄົນເກົ່າເຊື່ອງຊ້ອນເອົາໄວ້ ແລະ ນີ້ເປັນຄືກັບລະເບີດເວລາທີ່ພ້ອມຈະປ່ຽນແປງຊີວິດຂອງຄອບຄົວຂອງກີວູຕະຫຼອດໄປ.

ທັງນີ້ ຮູບເງົາເລື່ອງນີ້ເປັນຮູບເງົາຈາກເກົາຫຼີໃຕ້ທີ່ບໍ່ໄດ້ເປັນຄືກັບມະໂນພາບທີ່ເຮົາຈື່ໄດ້ຈາກຊີຣີ ແລະ ຮູບເງົາເລື່ອງອື່ນໆທີ່ສາມາດກິນໃຈຂອງຄົນເບິ່ງສ່ວນໃຫຍ່ໄດ້ຈາກສາກຮັກຫວານໆຊວນຝັນ ແລະ ຟິນກັນຖ້ວນໜ້າ ເຮັດໃຫ້ຜູ້ເບິ່ງທີ່ບໍ່ຄ່ອຍອິນກັບເລື່ອງລາວຂອງເລື່ອງແບບນີ້ທີ່ເນັ້ນສຽດສີສັງຄົມ ແລະ ວິຈານດ້ານດຳມືດຂອງສັງຄົມ ຕ້ອງຫັນໜ້າໜີກັນເປັນແຖວ.

ແລ້ວເລື່ອງນີ້ເຮົາຈະໄດ້ເຫັນຫຍັງແດ່? ແນ່ນອນກໍຄື ໄດ້ຫົວກັບຊີວິດທີ່ຂົມຂື່ນຂອງຄອບຄົວຕົວລະຄອນເອກ ທີ່ເຖິງວ່າຈະເປັນຊີວິດທີ່ບໍ່ຄ່ອຍດີທັງອາໄສຢູ່ໃນເຮືອນທີ່ຕໍ່າກວ່າລະດັບໜ້າທາງ, ເປິເປື້ອນ ແລະ ຫາເງິນຢ່າງຍາກລຳບາກ ແຕ່ພວກເຂົາກໍມີຄວາມຮັກແພງ ແລະ ມີຄວາມສຸກກັບຊີວິດຂອງໂຕເອງ. ແຕ່ແນວໃດກໍຕາມ ເມື່ອພວກເຂົາຄິດແຜນທີ່ຈະເຂົ້າໄປເກາະກິນກັບຄອບຄົວມະຫາເສດຖີ ຈຶ່ງເປັນອີກໜຶ່ງສິ່ງທີ່ເຮັດໃຫ້ຄົນເບິ່ງເຫັນວ່າ ພວກເຂົາພະຍາຍາມຖີບໂຕເອງເພື່ອໃຫ້ຫຼຸດພົ້ນອອກຈາກສະພາບຊີວິດການເປັນຢູ່ທີ່ແສນຍາກລຳບາກນີ້.

ນອກຈາກນັ້ນ ໃນລະຫວ່າງທາງຂອງເລື່ອງ ຜູ້ເບິ່ງຍັງຈະໄດ້ຮູ້ຈັກກັບຄວາມລັບສູດຍອດທີ່ເຮັດໃຫ້ຕ້ອງໄດ້ລຸ້ນລະທຶກໄປໝົດເລື່ອງ ກັບພາລະກິດ “ກາຝາກ” ຂອງພວກເຂົາທີ່ຫວັງຈະເກາະກິນກັບຄອບຄົວຮັ່ງມີ.

ນອກຈາກເນື້ອເລື່ອງແລ້ວ ອີກຢ່າງທີ່ປະຕິເສດບໍ່ໄດ້ໃນຮູບເງົາເລື່ອງນີ້ກໍຄື ຄວາມປານີດ. ໃນນີ້ ເວົ້າເຖິງເຮືອນຂອງຄອບຄົວຄິມກີວູທີ່ຕັ້ງຢູ່ໃນພື້ນທີ່ທຳເລບໍ່ດີ, ພາຍໃນເຮືອນຄັບແຄບ, ເປິະເປື້ອນ, ມີຮອຍໂໝກເທິງຝາເຮືອນ ແລະ ແນມອອກປ່ອງຢ້ຽມໄປກໍພຽງກັບພື້ນຫົນທາງ ແລະ ມີຄົນມາຍ່ຽວຢູ່ໜ້າເຮືອນເລື້ອຍໆ ນີ້ສະທ້ອນເຖິງຊີວິດການເປັນຢູ່ຂອງພວກເຂົາໄດ້ເປັນຢ່າງດີ ແຕກຕ່າງຈາກຄອບຄົວມະຫາເສດຖີ ທີ່ມີເຮືອນທີ່ຈົບງາມ, ກວ້າງໃຫຍ່, ເຕັມໄປດ້ວຍເຄື່ອງອຳນວຍຄວາມສະດວກ ແລະ ມີແວ່ນແຜ່ນໃຫຍ່ແນມອອກໄປທິວທັດນອກເຮືອນທີ່ສວຍງາມໃນຊ່ວງເວລາຕ່າງໆ. ທັງໝົດນີ້ ຜູ້ກຳກັບບໍ່ໄດ້ໃຊ້ເອັບເຟັກພິເສດໃດໆຊ່ວຍ ແຕ່ສ້າງຂຶ້ນດ້ວຍງົບທັງໝົດພຽງປະມານ 11 ລ້ານໂດລາ.

ສ່ວນເລື່ອງຂອງການສະແດງ ນັກສະແດງຫຼັກຢ່າງ ຊເວ ວູຊິກ ກໍຖືວ່າເຮັດອອກມາໄດ້ດີເປັນທີ່ສຸດ ໃນຖານະຂອງຕົວລະຄອນທີ່ແບກບົດນຳພາຄອບຄົວຂອງຕົນເອງເຂົ້າໄປພົບກັບເຫດການທີ່ເກີນຄາດຈົນຈົບເລື່ອງ

ສຳລັບເລື່ອງລາວແບບເຕັມໆຂອງຮູບເງົາລາງວັນລະດັບໂລກເລື່ອງນີ້ ກໍຕ້ອງໄປສຳຜັດກັນເອົາເອງວ່າຈະສົມກັບລາງວັນທີ່ໄດ້ຮັບແທ້ ຫຼື ບໍ່ ໂດຍຢູ່ລາວເຮົາກໍມີໂຮງຮູບເງົານຳເຂົ້າມາສາຍແດ່ແລ້ວ ແລະ ເລີ່ມຕັ້ງແຕ່ວັນພະຫັດນີ້ໄປ ໂຮງຮູບເງົາໃນເຄືອເມເຈີ ກໍຈະໄດ້ເລີ່ມສາຍຮູບເງົາ Parasite ນີ້ ພ້ອມກັບລາຄາປີ້ສຸດພິເສດພຽງ 15,000 ກີບ ທຸກຮອບ ໃນໄລຍະທີ່ນຳເອົາກັບມາສາຍຄືນໃໝ່

ຂ່າວທົ່ວໄປ