ແມ່ເຖົ້າ  ສຸດເວດທະນາ ຖືກລູກຊາຍບັງຄັບໃຫ້ໄປຂໍທານ ຫາເງິນໃຫ້ຕົວເອງເພາະບໍ່ມີວຽກເຮັດ

ແມ່ເຖົ້າ ສຸດເວດທະນາ ຖືກລູກຊາຍບັງຄັບໃຫ້ໄປຂໍທານ ຫາເງິນໃຫ້ຕົວເອງເພາະບໍ່ມີວຽກເຮັດ

ຍັງມີໃຫ້ເຫັນຢູ່ເລື້ອຍໆ ສຳລັບເລື້ອງລາວຄວາມຫົດຫູ່ຂອງຜູ້ສູງອາຍຸທີ່ຕ້ອງຖືກປະນາມໃຫ້ເຫັນຢູ່ເລື້ອຍໆ ແລະທີ່ໜ້າອາຍໄປກວ່ານັ້ນຄືມັກເກິດຈາກສີມືຄົນໃນຄອບຄົວ ຫມົດແລ້ວຄຳວ່າເປັນຫ່ວງເປັນໄຍ ຄົນເຖົ້າຄົນແກ່  ຕົວຢ່າງຄື

ໃນໂພສເຟຊບຸກຂອງ Murphy Lim ໄດ້ເຜິຍໃຫ້ເຫັນ ແມ່ເຖົ້າຄົນຫນຶ່ງເດີນໄປຕາມໂຕະໃນຮ້ານອາຫານ ມືຖືຖ້ວຍເລັກໆຍ່າງຂໍເງິນຈາກລູກຄ້າໃນຮ້ານຕາມແຕ່ລະໂຕະ ເບິ່ງແລ້ວເປັນພາບໃຫ້ຊວນສະເທືອນໃຈຢູ່ບໍ່ໜ້ອຍ ຫລາຍຄົນໄດ້ຊ່ວຍໃຫ້ທານແມ່ເຖົ້າຜູ້ໜ້າສົງສານຄົນນີ້ໄປຜູ້ລະເລັກລະນ້ອຍ ຈົນໄດ້ມາປະມານຫນຶ່ງ ແມ່ເຖົ້າຂອບໃຈລູກຄ້າໃນຮ້ານເປັນການໃຫຍ່ກ່ອນຈະຍ່າງອອກຈາກຮ້ານໄປ

ແຕ່ສິ່ງທີ່ເຮັດໃຫ້ເລື້ອງນີ້ ມີຫຍັງຫລາຍໄປກວ່ານັ້ນກໍ່ຄື ຫລັງຈາກທີ່ອອກຈາກຮ້ານໄປແມ່ເຖົ້າໄດ້ຍ່າງເຂົ້າໄປຫາຊາຍໄວກາງຄົນ ທີ່ນັ່ງຢູ່ລົດຈັກ ຄາດວ່າເປັນລູກຊາຍຂອງແມ່ເຖົ້າ ຊາຍຄົນນັ້ນລໍຖ້າເອົາເງິນທີ່ແມ່ເຖົ້າຂໍທານມາໄດ້ໃຫ້ກັບຕົວເອງ ກາຍເປັນວ່າແມ່ເຖົ້າຕ້ອງຍ່າງຂໍທານຕາມຮ້ານອາຫານເພື່ອເອົາເງິນມາໃຫ້ລູກຊາຍລາວຈ່າຍ ເພາະລູກຊາຍບໍ່ມີວຽກເຮັດ ເລື້ອງນີ້ເຮັດໃຫ້ຊາວເນດໂກດແຄ້ນແລະຕ່ຳນິຊາຍຄົນນັ້ນຢ່າງຫລວງຫລາຍ

ຈະວ່າໄປເລື້ອງນີ້ມັນກໍ່ເບິ່ງໄປໄດ້ສອງມຸມຄື  ຕໍ່ໃຫ້ແກ່ເຖົ້າລົງໄປຂະໜາດໃດ ຜູ້ເປັນແມ່ກໍ່ຍັງຄົງໃຫ້ລູກເປັນອັບດັບຫນຶ່ງເຫນືອຊີວິດຕັົວເອງສະເໝີ ໄດ້ຫຍັງມາ ມີຫຍັງມາກໍ່ຈະຄິດເຖິງລູກກ່ອນສະເໝີ  ແລະຄິດໄປຄິິດມາກໍ່ເປັນຕາໂມໂຫຫລາຍໃຫ້ລູກຊາຍ ຮູ້ທັ້ງຣູ້ວ່າແມ່ຕົວເອງແກ່ຂະໜາດນີ້ແລ້ວ ຍັງຈະໃຫ້ມາຂໍທານແບບນີ້ອີກ ກໍ່ຫວັງວ່າເຈົ້າຫນ້າທີ່ຈະມາເຫັນແລ້ວລົງໄປແກ້ໄຂໂດຍດ່ວນ ເພາະໜ້າເວດທະນາແລະສົງສານແມ່ເຖົ້າແທ້ໆ

ສາລະໜ້າຮູ້