ໃຈຫາຍ! ວິນຍານຈ່າວົນວຽນບ້ານໃຫມ່ ແມ່ຮ້ອງໄຫ້ເຫັນເຮືອນລູກ ຫມາເຫົ່າບ້ານຜູ້ພັນຯ ຍິ່ງກວ່າໃນຫນັງ(ຄລິປ)

ໃຈຫາຍ! ວິນຍານຈ່າວົນວຽນບ້ານໃຫມ່ ແມ່ຮ້ອງໄຫ້ເຫັນເຮືອນລູກ ຫມາເຫົ່າບ້ານຜູ້ພັນຯ ຍິ່ງກວ່າໃນຫນັງ(ຄລິປ)

ຊາວບ້ານໃຈຫາຍ ວິນຍານຈ່າວົນວຽນບ້ານໃຫມ່ ແມ່ຮ້ອງໄຫ້ເບິ່ງເຮືອນລູກ ໝາຫອນເຫົ່າບ້ານຜູ້ພັນຯ

ພົບຂອງແທ້ຍິ່ງກວ່າລະຄອນ – ຫລັງຕຽມນຳເງິນທີ່ຜູ້ຄົນຮ່ວມບໍລິຈາກຊ່ວຍແມ່ຈ່າຄລັ່ງ ທີ່ລ່າສຸດຍອດເງິນສູງເຖິງ 2.6 ລ້ານ ໂດຍ ອຸບ ວິລິຍະ ນັກປັ້ນຊື່ດັງ ຕຽມຈະນຳເງິນໄປໃຫ້ແມ່ຈ່າໃນວັນທຳບຸນຄົບຮ້ອຍມື້ ເພື່ອໃຫ້ແມ່ໄປໄຊ້ຫນີ້ 1.5 ລ້ານ ສ່ວນເງິນທອນທີ່ລູກຈະໄດ້ 4-5 ແສນ ຈາກນາຍຫນ້າ ກໍ່ບໍ່ຮູ້ວ່າຈະໄດ້ຫລືບໍ່

ຂ່າວຫລ່າສຸດ ບ້ານໃຫມ່ຫລັງທີ່ຈ່າຊື້ ແມ່ໄດ້ເດິນທາງໄປທີ່ບ້ານ ໂດຍມີຊາວບ້ານຄົນຫນຶ່ງ ຊື່ ນາງມໍລະກົດ ເລົ່າວ່າ ແມ່ຂອງຈ່າມາເຖິງແລ້ວເບິ່ງບ້ານຫລັງນີ້ ດ້ວຍອາການນ້ຳຕາຊຶມ ກ່ອນຈະກັບໄປ

ແລະຊາວບ້ານຄົນນີ້ ເລົ່າຕໍ່ວ່າ ຕົວເອງຢູ່ໃກ້ກັບເຮືອນຂອງຈ່າ ຄິດວ່າຈ່າຄົງຮັກເຮືອນຫຼາຍ  ມື້ໃດແມ່ນວັນສິນວັນພຣະ ຕົວເອງຍ່າງອອກມາຫນ້າບ້ານເບິ່ງໄປທີ່ບ້ານຈ່າ ຈະໄດ້ຍິນສຽງໝາຫອນ ພ້ອມທັງເຫັນວິນຍານຈ່າຢູ່ໃນເຮືອນ ແລະພະຍາຍາມຈະຍ່າງວົນທີ່ຕົ້ນໝາກມ່ວງຫນ້າເຮືອນ

ເວົ້າມາແລ້ວຂົນລຸກ ຕອນດຶກໆ ອອກມາຈະເຫັນໄຟໃນເຮືອນເປິດແລ້ວປິດເອງ ໃຫມ່ໆກໍ່ຢ້ານ ບໍ່ກ້າອອກຈາກເຮືອນ ຕອນນີ້ລຶ້ງແລ້ວ ເຄີຍເຫັນຕອນກາງຄືນມີເຫົງາ ເຫມືອນລົມພັດອ້ອມຕົ້ນໄມ້ຫນ້າເຮືອນ ເຂົ້າໃຈວ່າເຂົາຄົງເປັນຫ່ວງເຮືອນ

ຂະນະທີ່ ເຮືອນຜູ້ພັນ ຄູ່ກໍລະນີ ຍັງປິດງຽບ ບໍ່ມີໃຜກ້າໄປຫຍຸ້ງບໍ່ມີໃຜຢູ່ ວັນສິນ ວັນພະໃຫຍ່ ໝາຈະມາຈາກວັດ ຫຼາຍໂຕພວກມັນເຫົ່າຫອນໜ້າເຮືອນ ຍິ່ງກວ່າໃນຫນັງອີກ ໂດຍຄົນໃນບໍລິເວນນັ້ນກໍ່ຮັບຮູ້ແລະລຶ້ງແລ້ວ ແຕ່ກາງຄືນກໍ່ບໍ່ກ້າເບິ່ງເຂົ້າໄປໃນເຮືອນຫຼັງນັ້ນເຫມືອນກັນ

 

ຂ່າວທົ່ວໄປ