ເປັນພາບທີ່ເຫັນແລ້ວ ກໍ່ບໍ່ຮູ້ວ່າສິດີໃຈນໍາພໍ່ແມ່ປະຊາຊົນ ຫຼື ດີໃຈນໍາເຈົ້າຂອງປໍ້າ ຫຼັງພໍ່ແມ່ປະຊາຊົນແຕກຕື່ນ ພາກັນແຫ່ ໄປເຕີມນໍ້າມັນ ຍ້ອນຢ້ານປິດດ່ານແລ້ວບໍ່ມີນໍ້າມັນໃສ່ລົດຂີ່, ເກີດມີເຫດການປະຊາຊົນຢູ່ຫຼາຍເຂດ, ຫຼາຍບ້ານ ໄດ້ນຳເອົາລົດໄປລຽນຕໍ່ຄິວເພື່ອລໍຖ້າເຕີມນໍ້າມັນ ເນື່ອງຈາກວ່າເຫັນຂ່າວ ບອກວ່າຈະຖືກປິດດ່ານແລ້ວສິບໍ່ມີນໍ້າມັນໃສ່ລົດຈຶ່ງພາກກັນແຫ່ໄປໃສ່ເຮັດໃຫ້ຫຼາຍປໍ້າຄົນລໍຖ້າເຕີມນໍ້າມັນເຕັມ.
ໂດຍສະເພາະຢູ່ແຂວງສະຫວັນນະເຂດ ຫຼາຍປໍ້າຄົນຕໍ່ຄິວຍາວຢຽດ ດັ່ງນັ້ນກໍ່ຂໍໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການບໍລິໂພກຂ່າວສານ ອັນເນື່ອງຈາກມີການແຈ້ງປິດດ່ານຫຼາຍແຫ່ງ.
ແນວໃດກໍ່ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິ ຫາກເຊື່ອຂ່າວງ່າຍກໍ່ຈະຕົກເປັນເຫຍື່ອຂອງຄົນທີ່ບໍ່ດີຫວັງທີ່ປ່ອຍຂ່າວເພື່ອປັ່ນປ່ວນສັງຄົມ ໂດຍສະເພາະສວຍໂອກາດປ່ອຍຂ່າວເພື່ອສ້າງຜົນປະໂຫຍດໃຫ້ກຸ່ມໃດກຸ່ມຄົນໜຶ່ງ.
ຫຼ້າສຸດໃນວັນທີ 19 ມີນາ 2020 ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ອອກແຈ້ງການເຖິງປໍ້ານໍ້ມັນທຸກແຫ່ງທີ່ຂຶ້ນກັບເຊື້ອໄຟລາວ ຫ້າມຂາຍນໍ້າມັນໃຫ້ປະຊາຊົນທີ່ເອົາພາຊະນະ, ຕຸກ, ຖັງ, ຟຸຍ ແລະ ອື່ນໆ ເພື່ອຫວັງກັກຕຸນໄວ້ ຢ່າງເດັດຂາດ.