ໂລກຮ້າຍ ໂຄໂຣນາແຜ່ຈາກຈີນໄປ15 ປະເທດແລ້ວ ແລະ ມີຜູ້ຕິດເຊື້ອກວ່າ 6,000 ຄົນ

ໂລກຮ້າຍ ໂຄໂຣນາແຜ່ຈາກຈີນໄປ15 ປະເທດແລ້ວ ແລະ ມີຜູ້ຕິດເຊື້ອກວ່າ 6,000 ຄົນ

ລາຍງານ 29 ມັງກອນ 2020, ທ່ານ ຈົງ ໜານຊານ ແພດຜູ້ຊ່ຽວຊານດ້ານໂລກປອດ ແລະ ລະບົບຫາຍໃຈ ທີ່ໄດ້ຮັບມອບໝາຍຈາກຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ໃຫ້ເປັນຫົວໜ້າຄະນະກ່ຽວກັບການແຜ່ລະບາດຂອງເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ທີ່ມີສູນກາງການແຜ່ລະບາດທີ່ເມືອງອູຫັ້ນ ມົນທົນຫູເປີຍ ພາກກາງຂອງ ສປ.ຈີນ ກ່າວເມື່ອວັນອັງຄານ ທີ່ຜ່ານມາ ເຊື່ອໝັ້ນວ່າລະດັບການແຜ່ລະບາດຂອງເຊື້ອຈຸລະໂລກຈະບໍ່ລຸກລາມເປັນວົງກວ້າງໄປກວ່ານີ້

ເຖິງແມ່ນວ່າທິດທາງຂອງຕົວເລກຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈະເຖິງຈຸດສູງສຸດພາຍໃນໄລຍະ 10 ວັນນີ້ ແຕ່ຫຼັງຈາກນັ້ນອັດຕາການເສຍຊີວິດຈະເລີ່ມຫຼຸດລົງ ຈິງຢູ່ທີ່ປັດຈຸບັນຍັງບໍ່ມີວັກແຊັງປ້ອງກັນ ແລະ ຢາໃຊ້ປິ່ນປົວໂດຍກົງ ໝາຍຄວາມວ່າແພດໝໍຕ້ອງປິ່ນປົວໄປຕາມອາກາດ ເຖິງຢ່າງໃດກໍ່ຕາມ ເຕັກໂນໂລຊີທີ່ກ່ຽວຂ້ອງທີ່ກ່າວໜ້າຕາມຍຸກຕາມສະໄໝ ຈະຊ່ວຍຫຼຸດຜ່ອນການສູນເສຍບໍ່ໃຫ້ຂະຫຍາຍວົງກວ້າງໄດ້

ຕໍ່ຂໍ້ຊັກຖາມທີ່ວ່າ ເພາະເຫດໃດເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ຈຶ່ງແຜ່ລະບາດຢ່າງໄວວາໃນເມືອງອູຫັ້ນ ທ່ານ ຈົງ ກ່າວວ່າອາດເປັນຍ້ອນອາກາດເບື້ອງຕົ້ນຂອງການຕິດເຊື້ອແມ່ນບໍ່ຕ່າງຫຍັງກັບໄຂ້ຫວັດທົ່ວໄປ ຜູ້ຕິດເຊື້ອສ່ວນໃຫຍ່ຈຶ່ງບໍ່ໃຫ້ຄວາມສຳຄັນຕໍ່ອາກາດດັ່ງກ່າວ

ເຖິງຢ່າງໃດກໍ່ຕາມ, ຂໍ້ມູນຈາກຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນຫຼ້າສຸດ ລະບຸຈຳນວນຜູ້ເສຍຊີວິດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ 132 ຄົນ ແລະ ຈຳນວນຜູ້ຕິດເຊື້ອສະເພາະໃນຈີນ 6,078 ຄົນ ແລະ ມີຜູ້ຕິດເຊື້ອຢູ່ຕ່າງປະເທດຢ່າງໜ້ອຍ 15 ປະເທດອີກກວ່າ 70 ຄົນ

ໃນດ້ານຂອງອົງການອະນາໄມໂລກ (WHO) ກໍ່ໄດ້ອອກຖະແຫຼງການເມື່ອວັນອັງຄານ ທີ່ຜ່ານມາ ຍົກລະດັບການເຕືອນໄພຄວາມສ່ຽງຈາກການແຜ່ລະບາດຂອງເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ຈາກລະດັບກາງ ຂຶ້ນເປັນລະດັບສູງ ທຽບເທົ່າການເຕືອນໄພໃນທົ່ວທະວີບອາຊີ, ສ່ວນການເຕືອນໄພສຳລັບຈີນຢູ່ໃນຂັ້ນວິກິດ ເຊິ່ງເປັນຂັ້ນສູງສຸດ

ການປ່ຽນແປງດັ່ງກ່າວເກີດຂຶ້ນພຽງວັນດຽວ ພາຍຫຼັງທີ່ WHO ຍອມຮັບຄວາມຜິດພາດໃນການປະເມີນສະຖານະການການແຜ່ລະບາດຂອງເຊື້ອໂລກນີ້ ເຖິງຢ່າງໃດກໍ່ຕາມ WHO ຍັງບໍ່ປະກາດໃຫ້ເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ຈາກຈີນ ເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ

ຂະນະທີ່ບັນດາຜູ້ຊ່ຽວຊານຈາກສະຖາບັນຊັ້ນນຳຫຼາຍແຫ່ງໃນໂລກ ຕ່າງກໍ່ຕິດຕາມສະຖານະການໂລກລະບາດຄັ້ງນີ້ຢ່າງໃກ້ຊິດ ເຖິງແມ່ນວ່າສ່ວນໃຫຍ່ວິເຄາະໄປໃນທິດທາງດຽວກັນ ເນື່ອງຈາກໃຫ້ຫຼັກການທາງຄະນິດສາດ ວ່າຈຳນວນຜູ້ຕິດເຊື້ອໃນໂລກຈະເພີ່ມຂຶ້ນອີກ ແຕ່ເຊື້ອໝັ້ນວ່າຈະບໍ່ເຖິງຂັ້ນທີ່ມີຄົນລົ້ມຕາຍມະຫາສານ ແລະ ຂໍໃຫ້ປະຊາຊົນຢ່າງແຕກຕື່ນລື່ນເຫດ ໂດຍທ່ານ ສຈ ມາກ ແຮຣິສ ຈາກມະຫາວິທະຍາໄລລີດ (Leeds) ປະເທດອັງກິດ ກ່າວວ່າຈິງຢູ່ທີ່ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ 95% ຂອງຜູ້ຕິດເຊື້ອມີອາກາດຢູ່ໃນຂັ້ນເບົາ ຈຶ່ງສາມາດປິ່ນປົວໃຫ້ເຊົາໄດ້ຕາມອາການປ່ວຍຂອງແຕ່ລະຄົນ ແລະ ມາດຕະການຄວບຄຸມໂລກຢ່າງເຂັ້ມງວດຂອງທຸກຝ່າຍຈະຊ່ວຍຫຼຸດອັດຕາການເສຍຊີວິດໄດ້

ຂ່າວທົ່ວໄປ