ຄວາມສາມັກຄີລະຫວ່າງ  ລາວ-ຈີນ ຕ້ານເຊື້ອພະຍາດໂຄວິດ -19

ຄວາມສາມັກຄີລະຫວ່າງ ລາວ-ຈີນ ຕ້ານເຊື້ອພະຍາດໂຄວິດ -19

ທ່ານຮູ້ບໍ່ວ່າ ວັນນີ້ 03 ເມສາ 2020 ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປຈີນ ໄດ້ສົນທະນາກັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປລາວ ຜ່ານທາງໂທລະສັບຕາມການນັດໝາຍ

ທ່ານສີຈິ້ນຜິງໄດ້ຕາງໜ້າພັກກອມມູນິດຈີນ ລັດຖະບານຈີນແລະປະຊາຊົນຈີນ
1. ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ການສະໜັບສະໜູນຢ່າງເດັດດ່ຽວຕໍ່ພັກປະຊາຊົນປະຕິວັດລາວ ລັດຖະບານແລະປະຊາຊົນລາວທີ່ພວມຕ້ານກັບພະຍາດ COVID-19

2. ຈີນ ແລະ ລາວລ້ວນແຕ່ແມ່ນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ ໃນໄລຍະສຳຄັນທີ່ຈີນຕ້ານກັບພະຍາດສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງຂ້າພະເຈົ້າຢ່າງທັນການ

3. ວົງການຕ່າງໆຂອງສັງຄົມລາວໄດ້ໃຫ້ການຊ່ວຍເຫຼືອທີ່ຈິງໃຈຖານອ້າຍນ້ອງແກ່ປະເທດຈີນເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈຄູ່ຮ່ວມຊາຕາກຳ ຈີນ- ລາວທີ່ຊ່ວຍເຫຼືອກັນແລະຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ປະຊາຊົນຈີນຈະຈື່ຈຳໄວ້ໃນໃຈຕະຫຼອດໄປ

4. ປະຈຸບັນປະເທດລາວພວມຜະເຊີນກັບຄວາມຫຍຸ້ງຍາກໃນການປ້ອງກັນແລະຄວບຄຸມພະຍາດ ຂ້າພະເຈົ້າ ມີຄວາມເປັນຫ່ວງເປັນໃຍ່ຫຼາຍ

5. ຈີນໄດ້ຈັດຕັ້ງແລະສົ່ງໜ່ວຍຊ່ຽວຊານແພດໝໍ ໄປຊ່ວຍເຫຼືອລາວຢ່າງວ່ອງໄວທີ່ສຸດແລະໃຫ້ການຊ່ວຍເຫຼືອດ້ານການສະໜອງອຸປະກອນການແພດ

6. ຈີນຈະສືບຕໍ່ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງຝ່າຍລາວຕາມຄວາມສາມາດຂອງຕົນ ແລະ ເຂື່ອໝັ້ນວ່າ “ພາຍໃຕ້ການຊີ້ນຳນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ເປັນແກນນຳ ປະຊາຊົນລາວຈະສາມາດເອົາຊະນະໃນການຕໍ່ສູ້ຕ້ານກັບພະຍາດຄັ້ງນີ້ໄດ້ຢ່າງແນ່ນອນ”

7. ສະພາບພະຍາດຄັ້ງນີ້ເປັນການຢືນຢັນອີກຄັ້ງໜຶ່ງວ່າ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດມີຄວາມສຳຄັນແລະຮີບດ່ວນຫຼາຍ  ກອງປະຊຸມສຸດຍອດສະໄໝພິເສດເພື່ອຮັບມືກັບພະຍາດໂຄວິດ-19 ຂອງຜູ້ນຳກຸ່ມG20 ໄດ້ສົ່ງສັນຍານທີ່ຕັ້ງໜ້າກ່ຽວກັບການສາມັກຄີຮ່ວມມື ກັນຕ້ານກັບພະຍາດແລະປົກປ້ອງຄວາມໝັ້ນຄົງດ້ານເສດຖະກິດຂອງໂລກ

8. ຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກເຊິ່ງລວມທັງປະເທດລາວປະກອບສ່ວນເຂົ້າໃນການເອົາຊະນະໃນການຕໍ່ສູ້ກັບພະຍາດຢ່າງເຖິງຖອງໂດຍໄວ ແລະ ຍິນດີສືບຕໍ່ຮັກສາການແລກປ່ຽນການໄປມາຫາສູ່ກັນກັບການນຳຂັ້ນສູງຂອງລາວ

9. ຖືເອົາການຈັດຕັ້ງປະຕິບັດ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ເປັນທິດນຳພາ ລົງເລິກການແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກແລະການບໍລິຫານປະເທດ

10. ຊຸກຍູ້ການສ້າງໂຄງການໃຫຍ່ແລະສຳຄັນເປັນຕົ້ນທາງລົດໄຟລາວ-ຈີນແລະແລວທາງເສດຖະກິດຢ່າງໝັ້ນທ່ຽງ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ເພີ່ມທະວີການປະສານງານໃນວຽກງານສາກົນແລະພາກພື້ນ ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວໄປສູ່ ລວງເລິກຢ່າງແທ້ຈິງເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນທັງສອງປະເທດ

11. ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວທີ່ຈະຈັດຂຶ້ນໃນຕົ້ນປີໜ້າຈົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ

ທ່ານບຸນຍັງວໍລະຈິດກ່າວວ່າ

1. ພາຍໃຕ້ການບັນຊາການແລະການຈັດວາງແຜນການດ້ວຍຕົນເອງຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ ພັກກອມມູນິດຈີນໄດ້ເສີມຂະຫຍາຍກຳລັງນຳພາທາງການເມືອງທີ່ເຂັ້ມແຂງເຊິ່ງໄດ້ນຳພາປະຊາຊົນຈີນສະກັດກັ້ນການແຜ່ລະບາດຂອງພະຍາດຢ່າງວ່ອງໄວແລະມີປະສິດທິຜົນ

2. ລາວສະແດງຄວາມຍ້ອງຍໍຊົມເຊີນຕໍ່ເລື່ອງນີ້. ພັກກອມມູນິດຈີນໄດ້ຍຶດໝັ້ນໃນແນວຄິດປະຊາຄົມຮ່ວມຊາຕາກຳມວນມະນຸດ ຮ່ວມກັບ200ກວ່າພັກການເມືອງໃນໂລກອອກຖະແຫຼງການຮ່ວມໂດຍຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນເພື່ອຕ້ານກັບພະຍາດ

3. ຈີນຍັງໄດ້ຕັ້ງໜ້າໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອອັນລ້ຳຄ່າແກ່ປະເທດທີ່ມີຄວາມຕ້ອງການເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງພັກໃຫຍ່ແລະປະເທດໃຫຍ່

4. ປະເທດລາວຂໍສະແດງຄວາມຂອບໃຈຢ່າງຈິງໃຈນຳທ່ານເລຂາທິການໃຫຍ່ສີຈິ້ນຜິງທີ່ໄດ້ເອົາໃຈໃສ່ກ່ຽວກັບສະພາບພະຍາດຢູ່ລາວດ້ວຍຕົນເອງ ຈີນໄດ້ແບ່ງປັນບົດຮຽນໃນການຕ້ານພະຍາດຢ່າງທັນການແລະສົ່ງໜ່ວຍຊ່ຽນຊານແພດໝໍ ພ້ອມທັງສະໜອງອຸປະກອນການແພດໃຫ້ແກ່ປະເທດລາວຢ່າງວ່ອງໄວ

5. ເປັນການຢືນຢັນເຖິງຄວາມຮັກແພງອັນເລິກເຊິ່ງທີ່ຮ່ວມທຸກຮ່ວມສຸກແລະຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງລາວ-ຈີນ

6. ລາວຍິນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບຈີນ ເລັ່ງລັດຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆ ແລະຊຸກຍູ້ການສ້າງພາລະກິດສັງຄົມນິຍົມຂອງທັງສອງປະເທດໃຫ້ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ

ຂ່າວທົ່ວໄປ