ອີງຕາມຂໍ້ມູນຈາກຄະນະສະເພາະກິດ ລະບຸວ່າ ກໍລະນີຕິດເຊື້ອທີ 13 ເປັນ ເພດຊາຍ ອາຍຸ 40 ປີ ປັດຈຸບັນຢູ່ໜ່ວຍ 2 ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ວັນທີ 30-31 ມີນາ ເຮັດວຽກຮ່ວມກັບຜູ້ຕິດເຊື້ອຄົນທີ 11 ເຊິ່ງເປັນເພດຊາຍ ສັນຊາດປາປົວນິວກິເນຍ. ວັນທີ 1 ເມສາ ເລີ່ມມີອາການໄຂ້, ເຈັບຫົວ. ວັນທີ 2 ເມສາ ສຳເລັດໄລຍະເຮັດວຽກຢູ່ພູຄຳ ກັບຄືນມາພັກຢູ່ບ້ານທີ່ນະຄອນຫຼວງວຽງຈັນ ມີລູກມີເມຍ ໄປຮັບຈາກລົດຂົນສົ່ງບໍລິສັດຢູ່ທີ່ດົງໂດກ. ວັນທີ 3-4 ເມສາ ເລີ່ມມີອາການໄຂ້ ແຕ່ບໍ່ຮຸນແຮງ ແລະ ໄດ້ເຮັດວຽກຢູ່ເຮືອນ-ໄປພົບກັບຍາດພີ່ນ້ອງ ແລະ ວັນທີ 5 ເມສາ ໄດ້ຮັບຂ່າວວ່າພະນັກງານເຊິ່ງເປັນຄົນປາປົວນິວກິເນຍຕິດເຊື້ອ ຈຶ່ງໄດ້ຮີບໄປກວດຢູ່ໂຮງໝໍມິດຕະພາບ ແລະ ພົບວ່າຕິດເຊື້ອໂຄວິດ-19. ຜູ້ກ່ຽວມີຜູ້ສຳຜັດໃກ້ຊິດລວມ 18 ຄົນ.

ລາຍທີ່ 14 ເປັນເພດຍິງ ອາຍຸ 19 ປີ ເປັນນັກສຶກສາລາວ ຮຽນຢູ່ປະເທດອັງກິດ ກັບມາຈາກລອນດອນ. ວັນທີ່ 22 ມີນາ ເດີນທາງມາຈາກສະໜາມບິນສຸວັນນະພູມ ມາທີ່ສະໜາມບິນວັດໄຕ (ຄົນລະຖ້ຽວບິນ ແລະ ຄົນລະວັນກັບກໍລະນີທີ່ 12). ວັນທີ 23 ມີນາ ຫາ 5 ເມສາ ຈຳກັດບໍລິເວນໂຕເອງ ບໍ່ພົບປະຄົນອື່ນ ຢູ່ທີ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ວັນທີ່ 5 ເມສາ ຮູ້ຂ່າວວ່າໝູ່ລາຍທີ່ 12 ຕິດເຊື້ອ ຈຶ່ງໄປກວດໃນວັນທີ່ 6 ເມສາ ໂດຍທີ່ຍັງບໍ່ທັນມີອາການ ແລະ ໄດ້ຮັບການຢັ້ງຢືນວ່າຕິດເຊື້ອໂຄວິດ-19. ຜູ້ກ່ຽວມີຜູ້ສຳຜັດໃກ້ຊິດລວມ 10 ຄົນ

ຍອດລວມຜູ້ຕິດເຊື້ອໃນລາວປັດຈຸບັນມີ 14 ກໍລະນີ ປະກອບດ້ວຍຄົນນະຄອນຫຼວງວຽງຈັນ 10 ກໍລະນີ ຫຼວງພະບາງ 3 ກໍລະນີ ແລະ ຄົນຕ່າງປະເທດ 1 ກໍລະນີ.