ໃບເຕີຍ ຕອກກັບລາມ່າ ຫລັງປ່ຽນໃຊ້ນາມສະກຸນ ນະ ອະຍຸດທະຍາ

ໃບເຕີຍ ຕອກກັບລາມ່າ ຫລັງປ່ຽນໃຊ້ນາມສະກຸນ ນະ ອະຍຸດທະຍາ

ຫລັງຈາກທີ່ເກິດເປັນລາມ່າກັນໃຫຍ່ໂຕເລີຍສຳລັບ ວ່າທີ່ຄຸນແມ່ມືໃຫມ່ອີກຄົນຂອງວົງການຢ່າງ ສາວໃບເຕີຍ ອາສະຍາມ ແລະສາມີຢ່າງ ດີເຈແມນ

ຫລັງຈາກບໍ່ນານມານີ້ ໃບເຕີຍກໍ່ໄດ້ມີການໄປຈົດທະບຽນສົມລົດກັບທາງດີເຈແມນ ແລະກໍ່ໄດ້ມີການປ່ຽນນາມສະກຸນໄປໃຊ້ ກຸຍຊະລະ ນະ ອະຍຸດທະຍາ ຂອງສາມີກໍ່ໄດ້ພົບກັບລາມ່າຂຶ້ນມາວ່າ ນາມສະກຸນນີ້ມັນນາມສະກຸນທີ່ເປັນຂອງລາຊາສະກຸນ ແລະໄດ້ມີກົດຢູ່ວ່າໃບເຕີຍບໍ່ສາມາດໃຊ້ໄດ້ ຊຶ່ງທາງດີເຈແມນເອງກໍ່ໃຊ້ບໍ່ໄດ້ເຊັ່ນດຽວກັນ

ງານນີ້ກໍ່ເລີຍກາຍເປັນເລື່ອງລາວທີ່ຄົນຕ່າງພາກັນໃຫ້ຄວາມສົນໃຈຢ່າງຫລວງຫລາຍ ແລະແລ້ວກໍ່ເຮັດໃຫ້ສາວໃບເຕີຍໄດ້ອອກມາອັດຄິບລິບຊິງເພງຂອງສາວປຸ້ມປຸ້ຍທີ່ເຄີຍແຕ່ງໄວ້ໃຊ້ດ່າແຟນຄັບມາລົງໃນໄອຈີ ສະເໜືອນເປັນການດ່າກັບແຟນຄັບແບບເບົາໆວ່າ ບໍ່ຕ້ອງຢຸ້ງເລື່ອງຂອງຂ້ອຍເດີ

ເອີ້ນວ່າເລື້ອງນີ້ກໍ່ຖືເປັນທີ່ເຂົ້າໃຈກັນ ສຳລັບຊາວເຜືອກທັງຫລາຍວ່າ ແມ່ໃບເຕີຍເຂົາເດືອດກັນແລ້ວ ເອົາເປັນວ່າກໍ່ຖືເປັນເລື່ອງໃນຄອບຄົວຂອງເຂົາເນາະ ໃຫ້ເຂົາຈັດການກັນເອງດີກວ່າເດີ

ຂ່າວທົ່ວໄປ