ຊີວິດແລກຊິວິດ ປິດຊີວິດຕົນເອງເພື່ອໜີຄວາມຜິດ

ຊີວິດແລກຊິວິດ ປິດຊີວິດຕົນເອງເພື່ອໜີຄວາມຜິດ

ປະຈຸບັນໜ່ວຍງານກ່ຽວຂ້ອງໄດ້ມອບສົບໃຫ້ຍາດພີ່ນ້ອງ ເພື່ອທຳພິທີສາສະໜາ ເສຍໃຈນຳຍາດພີ່ນ້ອງໃນເຫດການຄັ້ງນີ້ດ້ວຍ. ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ ໃນວັນທີ 18/6/2020 ເວລາ 22:20 ໂມງໄດ້ຮັບແຈ້ງເຫດຜ່ານ ເບີ 023 1625 ວ່າມີເຫດຜົວຄາຕະກຳເມຍໂຕເອງ ຢູ່ທີ່ບ້ານນາຊູ ເມືອງໂພນໂຮງ ແຂວງວຽງຈັນ(ຜູ້ເສຍຊີວິດກຳລັງຖືພາໄດ້ປະມານ 9 ເດືອນ),

,

ຫຼັງຈາກນັ້ນ ຜູ້ເປັນຜົວໄດ້ຫຼົບໜີເຂົ້າປ່າເພື່ອໜີຄະດີ ແຕ່ຫຼ້າສຸດມື້ນີ້ ວັນທີ 22/6/2020 ມີແຈ້ງມາວ່າມີຜູ້ຜູກຄໍເສຍຊີວິດຢູ່ເຂດບ້ານດຽວກັນ ເຈົ້າໜ້າທີ່ໄດ້ສັນນິສູດແລ້ວປະກົດວ່າແມ່ນຜູ້ເປັນຜົວຄາຕະກຳເມຍຖືພາ 9 ເດືອນ ໃນມື້ວັນກ່ອນ ຂໍ້ມູນຮູ້ຕື່ມອີກວ່າ ທັງສອງເປັນຜົວເມຍກັນ ແລະ

ມີລູກສາວອາຍຸປີປາຍ ແລະ ກຳລັງຈະຄອດແຕ່ເກິດເຫດເສົ້ານີ້ກ່ອນ, ສຸດລະທຶກໜ້າຕົກໃຈ ຊີວິດແລກດ້ວຍຊີວິດ ຜົວຄາຕະກຳເມຍຖືພາ 9 ເດືອນ ແລ້ວຫຼົບໜີ. ເມື່ອວັນກ່ອນ ແລະ ຫຼ້າສຸດຜູ້ເປັນຜົວໄປຜູກຄໍເສຍຊີວິດ ປ່ອຍໃຫ້ລູກ ປີປາຍເປັນກຳພອຍຢູ່ຄົນດຽວ

ສາລະໜ້າຮູ້